ບັນຫາຊາວອົບພະຍົບ: ສະຫະປະຊາຊາດປຸກລະດົມສ້າງຄັງ 4,4 ຕື້ USD ເພື່ອໜູນຊ່ວຍຊາວຫຼົບໄພຊີຣີ

(VOVWORLD) -ວັນທີ 12 ທັນວາ, ສະຫະປະຊາຊາດ ແລະ ບັນດາຄູ່ຮ່ວມມືໄດ້ປຸກລະດົມບັ້ນເຄື່ອນໄຫວສ້າງຄັງລວມມູນຄ່າເຖິງ 4,4 ຕື້ USD, ເພື່ອແນໃສ່ໜູນຊ່ວຍໃຫ້ຊາວຫົຼບໄພຊີຣີ ນັບລ້ານຄົນ ທີ່ພວມດຳລົງຊີວິດໃນສະພາບປະສົບກັບຄວາມຫຍຸ້ງຍາກ ຍ້ອນຜົນສະທ້ອນຈາກສົງຄາມ ແລະ ການປະທະກັນ.
ບັນຫາຊາວອົບພະຍົບ: ສະຫະປະຊາຊາດປຸກລະດົມສ້າງຄັງ 4,4 ຕື້ USD ເພື່ອໜູນຊ່ວຍຊາວຫຼົບໄພຊີຣີ - ảnh 1 (ພາບປະກອບ: AFP/TTXVN)

ໃນແຈ້ງການຮ່ວມ, ອົງການຂ້າຫຼວງໃຫຍ່ແຫ່ງສະຫະປະຊາຊາດກ່ຽວກັບຊາວອົບພະຍົບ (UNHCR) ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໃຫ້ຮູ້ວ່າ, ບັນດາຄອບຄົວຊາວຫຼົບໄພຊີຣີ ແລະ ປະຊາຊົນຫຼາຍຄົນອາໄສຢູ່ບັນດາປະເທດຮັບຊາວອົບພະຍົບສ່ວນຫຼາຍພວມດຳລົງຊີວິດຢູ່ໃນລະດັບທຸກຍາກ ແລະ ປະຈຸບັນພວມປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ແຜນການດັ່ງກ່າວມຸ່ງໄປເຖິງຄາດໝາຍແກ້ໄຂບັນດາສິ່ງທ້າທາຍຜ່ານການລະດົບຄວາມມານະພະຍາຍາມຂອງປະມານ 270 ຄູ່ຮ່ວມມືທີ່ເຄື່ອນໄຫວໃນຂົງເຂດພັດທະນາ ແລະ ມະນຸດສະທຳ ເພື່ອໜູນຊ່ວຍໃຫ້ແກ່ການເຄື່ອນໄຫວຕ່າງໆ ກໍຄືຮັບປະກັນການຊ່ວຍເຫຼືອມະນຸດສະທຳທີ່ຈຳເປັນໃຫ້ຊາວຫຼົບໄພ.

ຕອບກັບ

ຂ່າວ/ບົດ​ອື່ນ