ບໍລິສັດການບິນແຫ່ງຊາດອີຣັກ ເຊື່ອມຕໍ່ບັນດາສາຍການບິນໄປຍັງຊີຣີ ຄືນໃໝ່ພາຍຫຼັງຖືກໂຈະມາເປັນເວລາ 8 ປີ

(VOVWORLD) -ບໍລິສັດການບິນແຫ່ງຊາດອີຣັກ Iraqi Airways ໄດ້ຕົກລົງເຊື່ອມຕໍ່ບັນດາສາຍການບິນໄປຍັງປະເທດບ້ານໃກ້ເຮືອນຄຽງຊີຣີ ຄືນໃໝ່ໃນວັນທີ 18 ພຶດສະພາ, ພາຍຫຼັງຖືກໂຈະສາຍການບິນດັ່ງກ່າວມາເປັນເວລາກວ່າ 8 ປີ.

ທ່ານ Layth al Rubaie, ໂຄສົກຂອງບໍລິສັດການບິນ Iraqi Airways ໃຫ້ຮູ້ວ່າ, ໃນຕໍ່ໜ້າ ບໍລິສັດຈະເປີດບັນດາສາຍການບິນປະຈຳອາທິດ ຈາກ ແບັກແດດ ໄປ ດາມາເກິດ ແລະ “ຖ້ຽວບິນອາດຈະເພີ່ມຂຶ້ນໃນກໍລະນີທີ່ຈຳເປັນ”. ທ່ານ Layth al Rubaie ເນັ້ນໜັກວ່າ, ສາຍການບິນ ແບັກແດດ - ດາມາເກິດ ແມ່ນມີຄວາມໝາຍສຳຄັນພິເສດສຳລັບ 2 ປະເທດ, ຍ້ອນປະຊາຄົມຊາວອີຣັກ ພວມດຳລົງຊີວິດຢູ່ຊີຣີ ເປັນຈຳນວນຫຼວງຫຼາຍ, ກໍຄືການແລກປ່ຽນການຄ້າໃຫຍ່ ແລະ ຄວາມສາມາດບົ່ມຊ້ອນໃນການພັດທະນາການທ່ອງທ່ຽວຂອງ 2 ປະເທດ. ບໍລິສັດການບິນອີຣັກ ຕ້ອງໂຈະສາຍການບິນໄປຍັງຊີຣີ ນັບແຕ່ເດືອນ ທັນວາ 2011, ຍ້ອນມີຫຼາຍສາຍການບິນຕ້ອງບິນຜ່ານເຂດເກີດສົງຄາມ.

ຕອບກັບ

ຂ່າວ/ບົດ​ອື່ນ