ບາດກ້າວຄືບໜ້າໃໝ່ໃນການເຈລະຈາ COC

(VOVWORLD) - ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ປະຈຳປີຄັ້ງທີ 51 (AMM 51) ໄດ້ດຳເນີນຢູ່ ສິງກະໂປ ໃນອາທິດຜ່ານມາ ໄດ້ຮັບຮູ້ສັນຍານທີ່ຄືບໜ້າໃນການເຈລະຈາກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC).
ບາດກ້າວຄືບໜ້າໃໝ່ໃນການເຈລະຈາ COC - ảnh 1 ກອງປະຊຸມຄົບຄະນະໃນຂອບເຂດ ARF 2018 ຢູ່ສິງກະໂປ ເມື່ອວັນທີ 2/8. ພາບ: Reuters

ໂດຍລະອຽດແມ່ນ ທັງ ອາຊຽນ ແລະ ຈີນ ບັນລຸໄດ້ຂໍ້ຕົກລົງກ່ຽວກັບຮ່າງເອກະສານຜ່ອນສັ້ນຜ່ອນຍາວພຽງສະບັບໜຶ່ງດຽວເພື່ອເປັນພື້ນຖານເຈລະຈາກ່ຽວກັບ COC.

        ຮ່າງເອກະສານລວມມີ 19 ໜ້າ ແລະ ໄດ້ແບ່ງເປັນ 3 ພາກຕົ້ນຕໍ. ທ່ານລັດຖະມົນຕີການຕ່າງປະເທດ ສິງກະໂປ Vivian Balakrishnan ຖືວ່າ: “ເຖິງວ່າ COC ອາດຈະບໍ່ແກ້ໄຂໄດ້ບັນຫາຂັດແຍ້ງກັນທາງດ້ານອຳນາດອະທິປະໄຕກໍ່ຕາມ ແຕ່ມັນຈະຮັບປະກັນຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ, ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈ ເພື່ອຊຸກຍູ້ບັນດາບາດກ້າວຕັ້ງໜ້າກ່ວາໃນການແກ້ໄຂບັນດາການຂັດແຍ້ງນີ້”.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ກໍ່ຕີລາຄາສູງບາດກ້າວນີ້. ຕາມທ່ານແລ້ວ, ຈີນ ແລະ ບັນດາປະເທດ ອາຊຽນ ອາດຈະຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ, ພ້ອມທັງແບ່ງປັນຄວາມຮັບຮູ້ລວມ ເພື່ອພ້ອມກັນກ້າວໄປເຖິງກົດແຫ່ງການປະພຶດໃນພາກພື້ນ ຊຶ່ງບັນດາຝ່າຍທັງໝົດຈະເຄົາລົບປະຕິບັດ.

 

ຕອບກັບ

ຂ່າວ/ບົດ​ອື່ນ