ປຸກລະດົມບັ້ນສື່ສານປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ

(VOVWORLD) - ຕອນເຊົ້າວັນທີ 30 ພຶດສະພາ, ຢູ່ຫວິງຟຸກ, ກະຊວງວັດທະນະທຳ ກິລາ ແລະ ການທ່ອງທ່ຽວ ໄດ້ຈັດຕັ້ງພິທີປຸກລະດົມບັ້ນສື່ສານປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ, ຕອບສະໜອງເດືອນເຄື່ອນໄຫວແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ. 
ປຸກລະດົມບັ້ນສື່ສານປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ - ảnh 1 ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ກ່າວຄຳເຫັນທີ່ພິທີ

ກ່າວຄຳເຫັນທີ່ພິທີ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ຖືວ່າ: ຄວນຍົກສູງສະຕິຄວາມຮັບຮູ້, ຄວາມຮັບຜິດຊອບ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງທຸກຂັ້ນ, ບັນດາຂະແໜງ ແລະ ທົ່ວສັງຄົມ ກ່ຽວກັບການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ, ປະກອບສ່ວນປົກປ້ອງແມ່ຍິງ, ຜູ້ອາຍຸສູງ ແລະ ເດັກນ້ອຍ, ສ້າງຄອບຄົວໃຫ້ມີຄວາມຜາສຸກ:

        “ສະເໜີໃຫ້ກະຊວງວັດທະນະທຳ ກິລາ ແລະ ການທ່ອງທ່ຽວເປັນເຈົ້າການ, ສົມທົບກັບບັນດາອົງການກ່ຽວຂ້ອງສືບຕໍ່ຍູ້ແຮງ “ສ້າງບຸກຄະລິກກະພາບຂອງຊາວ ຫວຽດນາມ” ເລີ່ມມາຈາກການສຶກສາອົບຮົມຄຸນສົມບັດໃນຄອບຄົວ. ການລົງທຶນແຫຼ່ງກຳລັງໃຫ້ແກ່ການເຄື່ອນໄຫວປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ, ພ້ອມທັງຄົ້ນຄ້ວາຜັນຂະຫຍາຍບັນດາການເຄື່ອນໄຫວໃຫ້ແກ່ແທດຈິງ, ມີປະສິດທິຜົນ, ໜູນຊ່ວຍສືບຕໍ່ໃຫ້ບັນດາຄອບຄົວ ແລະ ຜູ້ປະສົບເຄາະຮ້າຍຈາກການໃຊ້ຄວາມຮຸນແຮງໃນຄອບຄົວ”

ຕອບກັບ

ຂ່າວ/ບົດ​ອື່ນ