ປຸກລະດົມເດືອນກະທຳເພື່ອຄວາມສະເໝີພາບລະຫວ່າງຍິງ -ຊາຍ ແລະ ປ້ອງກັນ,ຕ້ານການໃຊ້ຄວາມຮຸນແຮງ

(VOVWORLD) -  ຕອນຄ່ຳວັນທີ 4 ພະຈິກ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສົງຄົມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມີນ ໄດ້ຈັດຕັ້ງພິທີປຸກລະດົມເດືອນເຄື່ອນໄຫວເພື່ອຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງທາງເພດໃນປີ 2017
ປຸກລະດົມເດືອນກະທຳເພື່ອຄວາມສະເໝີພາບລະຫວ່າງຍິງ -ຊາຍ ແລະ ປ້ອງກັນ,ຕ້ານການໃຊ້ຄວາມຮຸນແຮງ - ảnh 1 ພິທີປຸກລະດົມໃນວັນທີ 4 ພະຈິກ

ຕອນຄ່ຳວັນທີ 4 ພະຈິກ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສົງຄົມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມີນ ໄດ້ຈັດຕັ້ງພິທີປຸກລະດົມເດືອນເຄື່ອນໄຫວເພື່ອຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງທາງເພດໃນປີ 2017. ໃນເດືອນເຄື່ອນໄຫວນີ້, ມີກ່ວາ 100 ການເຄື່ອນໄຫວຈະໄດ້ຮັບການຈັດຕັ້ງ. ປະຈຸບັນ, 9 ກະຊວງ, ຂະແໜງການ ແລະ 28 ທ້ອງຖິ່ນ,  8 ອົງການຄູ່ຮ່ວມມືສາກົນກໍ່ໄດ້ເຂົ້າຮ່ວມດ້ວຍຄວາມຫວັງຢາກສົ່ງສານກ່ຽວກັບຄວາມສະເໝີພາບລະຫວ່າງຍິງ -ຊາຍ, ການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ ໃຫ້ແຜ່ຂະຫຍາຍຢ່າງແຮງເຖິງປະຊາຊົນທຸກຊັ້ນຄົນໃນສັງຄົມ, ມຸ່ງໄປເຖິງຈຸດໝາຍສັງຄົມສະເໝີພາບ, ຄວາມກ້າວໜ້າແບບຍືນຍົງ ແລະ ບໍ່ມີໃຜຖືກປະຢູ່ທາງຫຼັງ. ທ່ານນາງ ຫງວຽນທິງອັກບີກ, ປະທານສະຫະພັນແມ່ຍິງນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າຄິດວ່າ ແມ່ຍິງ ຢູ່ພາກພື້ນ ອາຊີຕາເວັນອອກ ຕ້ອງການໄດ້ຮັບການແບ່ງປັນຈາກເພດຊາຍຫຼາຍທີ່ສຸດ, ພິເສດແມ່ນກ່ຽວກັບດ້ານຈິດໃຈ. ດັ່ງນັ້ນ, ສະຫະພັນແມ່ຍິງທຸກຂັ້ນ ໄດ້ຜັນຂະຫຍາຍ, ສ້າງຕັ້ງຂັ້ນຕອນລະອຽດ ພະຍາຍາມໂຄສະນາຍິ່ງກ້ວາງກໍ່ຍິ່ງດີ ເພື່ອໃຫ້ແມ່ຍິງ ແລະ ເດັກນ້ອຍຮູ້ວຽກງານທີ່ພວກຂ້າພະເຈົ້າພວມປະຕິບັດ ຈາກນັ້ນ, ຊ່ວຍທຸກໆຄົນສາມາດໄດ້ຮັບຄຳປຶກສາເມື່ອມີຄວາມຕ້ອງການ.”

ຕອບກັບ

ຂ່າວ/ບົດ​ອື່ນ