ປຶກສາຫາລືກ່ຽວກັບອະນາຄົດຂອງໂຄງການ Nord Stream

(VOVWORLD) - ທ່ານ Peskov ຖືວ່າ ເລື່ອງຍົກອອກຂໍ້ສະເໜີກ່ຽວກັບອະນາຄົດຂອງລະບົບທໍ່ນ້ຳມັນທິດເໜືອ, ຜູ້ຖືຫຸ້ນທັງໝົດຄວນປືກສາຫາລືນຳກັນ, ຍ້ອນນີ້ແມ່ນໂຄງການສາກົນ.
ປຶກສາຫາລືກ່ຽວກັບອະນາຄົດຂອງໂຄງການ Nord Stream - ảnh 1ສະພາບຮົ່ວໄຫຼ ຢູ່ທະເລ Baltic,ໃນວັນທີ  28/9/2022
(ພາບ: AFP/TTXVN)

ວັນທີ 6 ມີນາ, ຕາມສຳນັກຂ່າວສານ TASS, ຢູ່ ມົດກະກູ, ທ່ານ Dmitry Peskov, ໂຄສົກຂອງວັງ Kremlin ໃຫ້ຮູ້ວ່າ: ກຸ່ມບໍລິສັດ ນ້ຳມັນອາຍແກັດ ລັດເຊຍ Gazprom ແລະ ຫຸ້ນສ່ວນຂອງໂຄງການ Nord Stream ຈະຍົກອອກຂໍ້ຕົກລົງກ່ຽວກັບອະນາຄົດຂອງລະບົບທໍ່ນ້ຳມັນອາຍແກັດນີ້. ທ່ານ Peskov ຖືວ່າ ເລື່ອງຍົກອອກຂໍ້ສະເໜີກ່ຽວກັບອະນາຄົດຂອງລະບົບທໍ່ນ້ຳມັນທິດເໜືອ, ຜູ້ຖືຫຸ້ນທັງໝົດຄວນປືກສາຫາລືນຳກັນ, ຍ້ອນນີ້ແມ່ນໂຄງການສາກົນ. ໂຄສົກຂອງວັງ Kremlin ກໍ່ຢັ້ງຢືນຄືນໃໝ່ກ່ຽວກັບເລື່ອງລັດຖະບານ ລັດເຊຍ ຈະບໍ່ຍົກອອກຂໍ້ສະເໜີໃດໆທີ່ກ່ຽວຂ້ອງເຖິງໂຄງການດັ່ງກ່າວ.

        ກ່ອນໜ້ານັ້ນ, ສຳນັກຂ່າວສານ Reuters (ຂອງປະເທດ ອັງກິດ) ໄດ້ຄັດສະເໜີແຫຼ່ງຂ່າວໂດຍໃຫ້ຮູ້ວ່າ: ລະບົບທໍ່ສົ່ງນ້ຳມັນອາຍແກັດ Nord Stream 1 ແລະ 2 ຈະຖືກປິດໄວ້, ກໍ່ຄືຢຸດການເຄື່ອນໄຫວ. ຂໍ້ມູນຂ່າວນີ້ໄດ້ຍົກອອກມາໃນສະພາບການລັດເຊຍ ພວມເພີ່ມທະວີການປົກປັກຮັກສາລະບົບທໍ່ສົ່ງນ້ຳມັນອາຍແກັດຂອງປະເທດນີ້ພາຍຫຼັງເຫດການຮົ່ວໄຫຼ ເຊິ່ງໄດ້ກໍ່ໃຫ້ເກີດຄວາມເສຍຫາຍໃນ 2 ລະບົບທໍ່ສົ່ງນ້ຳມັນນີ້ໃນທ້າຍເດືອນ ກັນຍາ ປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ