ປື້ມປົກຂາວODAຍີ່ປຸ່ນເນັ້ນໜັກຄວາມສຳຄັນຂອງການໜູນຊ່ວຍອາຊຽນ

ປື້ມປົກຂາວODAຍີ່ປຸ່ນເນັ້ນໜັກຄວາມສຳຄັນຂອງການໜູນຊ່ວຍອາຊຽນ - ảnh 1
ປື້ມປົກຂາວ ODA ຂອງຍີ່ປຸ່ນ ເນັ້ນໜັກຄວາມສຳຄັນຂອງ ການໜູນຊ່ວຍ ອາຊຽນ
(ພາບ: globalnation)

(vovworld) –  ​ໃນ​ປື້​ມປົກ​ຂາວ​ຫຼ້າ​ສຸດ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ພັດທະນາ​ທາງ​ການ (ODA) ຂອງ ຍີ່ປຸ່ນ ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ​ປະ​ເທດ​ນີ້​ປະກາດ​ເມື່ອ​ວັນ​ທີ 11/3, ​ໂຕ​ກຽວ ​ໄດ້​ຊີ້​ແຈ້ງ​​ເຖິງຄວາມ​ສຳຄັນ​ຂອງ​ການ​ໜູ​ນຊ່ວຍ 10 ປະ​ເທດ ອາ​ຊຽນ. ຕາມ​ສຳນັກ​ຂ່າວສານ Kyodo ​ແລ້ວ, ປື້​ມປົກ​ຂາວ ດັ່ງກ່າວ​ໄດ້​ຮັບ​ຮູ້​ວ່າ: ບັນດາ​ປະ​ເທດ ອາ​ຊຽນ ​ມີ​ຄວາມສຳຄັນ​ທີ່​ສຸດ​ທັງ​ທາງ​ດ້ານ​ການ​ເມືອງ ​ແລະ ​ເສດຖະກິດ ຍ້ອນ​​ຢູ່​ລຽບ​ຕາມ​​ເສັ້ນທາງ​ທະ​ເລ​ຂອງ ຍີ່ປຸ່ນ ​ແລະ ມີບັນດາ​ການ​ພົວພັນ​ດ້ານ​ເສດຖະກິດ​ຢ່າງ​ໝັ້ນຄົງ​ເຂັ້ມ​ແຂງ, ​ໃນ​ນັ້ນ​ມີ​ບໍລິສັດ ຍີ່​ປຸ່ນ ຫຼາຍ​ແຫ່ງ ພວມ​ເຄື່ອນ​ໄຫວ​ຢູ່​ປະ​ເທດ​ເຫຼົ່າ​ນີ້. ປື້​ມປົກ​ຂາວ ​ໄດ້​ເນັ້ນ​ໜັກ​ວ່າ: “ຄວາມ​ມີສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ​ນີ້​ຈະ​ສົ່ງ​ຜົນ​ສະທ້ອນ​ອັນ​ໃຫຍ່​ຫຼວງ​ເຖິງ​ຄວາມ​ໝັ້ນຄົງ ​ແລະ ຄວາມ​ວັດ​ຖະນາ​ຖາວອນ ຂອງ ຍີ່ປຸ່ນ.” ປື້​ມປົກ​ຂາວ ​ໄດ້​ຊີ້​ແຈ້ງ​ການ​ໜູ​ນຊ່ວຍ​ຂອງ ຍີ່ປຸ່ນ ​ໃຫ້ ອາ​ຊຽນ ລວມມີ ບັນດາ​ຂົ​ງ​ເຂດ​ຄື: ພັດທະນາ​ພື້ນຖານ​ໂຄງ​ລ່າງ, ປັບປຸງ​ກົດໝາຍ ​ແລະ ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ. ຄຽງ​ຄູ່​ກັນ​ນັ້ນ, ຕາມ​ປື້​ມປົກ​ຂາ​ວ​ແລ້ວ,  ຍີ່​ປຸ່ນ ກໍ​ຈະ​ພະຍາຍາມ​ສ້າງ​ຕັ້ງ  “ຄວາມ​​ເປັນລະບຽບ​ຮຽບລວມ​ໂດຍ​ອີງ​ໃສ່​ບັນດາ​ຄຸນ​ຄ່າ​ລວມ” ຢູ່ ອາຊີ ຕາ​ເວັນ​ອອກ, ​ໃນ​ນັ້ນ​ລວມມີ: ຄວາມ​ເສລີ, ປະຊາທິປະ​ໄຕ, ຄວາມ​ເຄົາລົບ​ນັບຖື​ບັນດາ​ສິດ​ພື້ນຖານ​ຂອງ​ມະນຸ​ດກໍ​ຄື​ກົດໝາຍ.


ຂ່າວ/ບົດ​ອື່ນ