ປະກາດ Top 500 ວິສາຫະກິດເຕີບໂຕໄວທີ່ສຸດຢູ່ ຫວຽດນາມ (FAST 500)

(VOVWORLD) - ໃນຂອບເຂດພິທີປະກາດ, Vietnam Repost ໄດ້ຄົ້ນຄ້ວາ ແລະ ພິມຈຳໜ່າຍບົດລາຍງານດ້ວຍສອງພາສາ ກ່ຽວກັບການເຕີບໂຕເສດຖະກິດ ຫວຽດນາມ ປີ 2024 ດ້ວຍຫົວຂໍ້ “ສ້າງກຳລັງຄວາມສາມາດແກ່ງແຍ້ງເພື່ອຊອກຫາກາລະໂອກາດເຕີບໂຕ”.

ວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ບໍລິສັດຫຸ້ນສ່ວນລາຍງານປະເມີນຜົນ ຫວຽດນາມ (Vietnam Repost) ສົມທົບກັບໜັງສືພິມ VietNamNet ຈັດພິທີປະກາດ Top 500 ວິສາຫະກິດເຕີບໂຕໄວທີ່ສຸດຢູ່ ຫວຽດນາມ (FAST500), Top 10 ແລະ Top 5 ບໍລິສັດອະສັງຫະລິມະສັບ - ກໍ່ສ້າງ - ວັດສະດຸກໍ່ສ້າງປີ 2024. ນີ້ແມ່ນປີທີ 14 ຢ່າງລຽນຕິດທີ່ບັນຊີລາຍຊື່ FAST500 ໄດ້ປະກາດເພື່ອແນໃສ່ຊອກຫາ, ຮັບຮູ້ ແລະ ເຊີດຊູບັນດາວິສາຫະກິດພວມພັດທະນາຢ່າງແຮງຂອງພື້ນຖານເສດຖະກິດ ຫວຽດນາມ - ບັນດາວິສາຫະກິດມີປະສິດທິຜົນໃນການດຳເນີນທຸລະກິດທີ່ດີ, ໂດຍອີງໃສ່ມາດຖານຕົ້ນຕໍແມ່ນລະດັບການເຕີບໂຕກ່ຽວກັບລາຍຮັບຄວບຄູ່ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ.

          ໃນຂອບເຂດພິທີປະກາດ, Vietnam Repost ໄດ້ຄົ້ນຄ້ວາ ແລະ ພິມຈຳໜ່າຍບົດລາຍງານດ້ວຍສອງພາສາ ກ່ຽວກັບການເຕີບໂຕເສດຖະກິດ ຫວຽດນາມ ປີ 2024 ດ້ວຍຫົວຂໍ້ “ສ້າງກຳລັງຄວາມສາມາດແກ່ງແຍ້ງເພື່ອຊອກຫາກາລະໂອກາດເຕີບໂຕ”.

ຕອບກັບ

ຂ່າວ/ບົດ​ອື່ນ