ປະກາດບົດລາຍງານແງ່ຫວັງດ້ານພະລັງງານ ຫວຽດນາມ ປີ 2017

(VOVWORLD) - ວັນທີ 20 ກັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ສົມທົບກັບກະຊວງພະລັງງານ, ພື້ນຖານໂຄງລ່າງດ້ານເຕັກນິກ ແລະ ດິນຟ້າອາກາດ ແດນມາກ ແລະ ສະຖານທູດ ແດນມາກ ປະຈຳ ຫວຽດນາມ ປະກາດບົດລາຍງານແງ່ຫວັງດ້ານພະລັງງານ ຫວຽດນາມ ປີ 2017. 
ປະກາດບົດລາຍງານແງ່ຫວັງດ້ານພະລັງງານ ຫວຽດນາມ ປີ 2017 - ảnh 1ພິທີປະກາດບົດລາຍງານ 

ບົດລາຍງານໄດ້ຮັບການສ້າງຂຶ້ນບົນພື້ນຖານການອັບເດັດບັນດາຂໍ້ມູນຂ່າວສານການຄາດຄະເນລະດັບເຕີບໂຕດ້ານເສດຖະກິດ ມະຫາພາກ, ການເຕີບໂຕຄວາມຕ້ອງການພະລັງງານຂັ້ນຕົ້ນ ແລະ ຄວາມຕ້ອງການໄຟຟ້າ. ໃນບົດລາຍງານໄດ້ເຕື້ອງເຖິງຮູບແບບ Balmorel ຂອງແດນມາກ, ແມ່ນໂຄງການວາງແຜນຜັງພະລັງງານດີທີ່ສຸດ ເພື່ອຊ່ວຍສ້າງຕັ້ງບັນດາລາຍການພັດທະນາລະບົບໄຟຟ້າຢູ່ ຫວຽດນາມ. ທ່ານ ຮ່ວາງກວກເວື້ອງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ, ການຄ້າ ຫວຽດນາມ ຢືນຢັນວ່າ:

“ລັດຖະບານ ຫວຽດນາມ ແລະ ແດນມາກ ຮ່ວມມືກ່ຽວກັບພະລັງງານແຕ່ປີ 2008 ມາຮອດປະຈຸບັນ, ດ້ວຍແຫຼ່ງເງິນລົງທຶນຂອງລັດຖະບານ ແດນມາກ ສະຫງວນໃຫ້ ຫວຽດນາມ ປະມານ 45 ລ້ານ USD ເພື່ອຮັບໃຊ້ການພັດທະນາ, ການຜັນຂະຫຍາຍບັນດາໂຄງການລະອຽດມຸ່ງໄປເຖິງການນຳໃຊ້ພະລັງງານຢ່າງມີປະສິດທິຜົນຍືນຍົງ.  ບົດລາຍງານແງ່ຫວັງພະລັງງານ ຫວຽດນາມ ປີ 2017 ແມ່ນໝາກຜົນແຫ່ງການຮ່ວມມືທີ່ພົ້ນເດັ່ນ ແລະ ແມ່ນຜະລິດຕະພັນມີຄວາມໝາຍສຳຄັນໃນການກຳນົດທິດແຫ່ງການພັດທະນາພະລັງງານຕິດພັນກັບຄາດໝາຍເຕີບໂຕເສດຖະກິດ, ປົກປັກຮັກສາສິ່ງແວດລ້ອມ ແລະ ຄ້ຳປະກັນພະລັງງານຂອງ ຫວຽດນາມ”

ຕອບກັບ

ຂ່າວ/ບົດ​ອື່ນ