ປະ​ກາດແລະພິມຈຳໜ່າຍ​ ປື້​ມຄຳຫົວຄິດ​ປະດິດ​ສ້າງຫວຽດນາມ ປີ 2016,ເຊີ​ດ​ຊູ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ

ປະ​ກາດແລະພິມຈຳໜ່າຍ​  ປື້​ມຄຳຫົວຄິດ​ປະດິດ​ສ້າງຫວຽດນາມ ປີ 2016,ເຊີ​ດ​ຊູ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ - ảnh 1
ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ທິກີ​ມ​ເງິນ
ກ່າວ​ຄຳ​ເຫັນ​ທີ່​ພິທີ​ປະກາດ

(vovworld) - ​ ​ ​​ ຕອນ​ເຊົ້າ​ວັນ​ທີ 29/08 ຢູ່ ຮ່າ​ໂນ້ຍ, ຄະນະ​ປະ​ຈຳ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ສົມທົບ​ກັບ​ສະຫະພັນ​ບັນດາ​ສະມາຄົມ​ວິທະຍາສາດ ​ແລະ ​ເຕັກນິກ ຫວຽດນາມ, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຈັດ​ຕັ້ງ​ພິທີ​ປະ​ກາດ ​ແລະ ພິມຈຳໜ່າຍ​ປື້​ມຄຳຫົວຄິດ​ປະດິດ​ສ້າງ ຫວຽດນາມ ປີ 2016. ປື້​ມຄຳຫົວຄິດ​ປະດິດ​ສ້າງ ຫວຽດນາມ ປີ 2016 ຖືກ​ຄັດ​ເລືອກ​ ​ແລະ ປະກາດ 71 ​ກິດຈະກຳ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ​ດ້ານ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີຈາກ 186 ​ກິດຈະກຳ​ໂດຍ​ບັນດາ​ກະຊວງ, ຄະ​ນະ, ຂະ​ແໜງການ, ບັນດາ​ອົງການ​ສະມາຊິກ​ຂອງ​ແນວ​ໂຮມ​ຢູ່​ຂັ້ນ​ສູນ​ກາງ ​ແລ​ະ ຄະນະ​ກຳມະການ​ປະຊາຊົນ​ບັນດາ​ແຂວງ, ນະຄອນ​ຂຶ້ນ​ກັບ​ສູນ​ກາງ​ແນະນຳ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ປະກາດ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນທິກີ​ມ​ເງິນ ​ເນັ້ນ​ໜັກ​ວ່າ: ການ​ຄັດ​ເລືອກ ​ແລະ ປະກາດ​ປື້​ມຫົວຄິດ​ປະດິດ​ສ້າງ ຫວຽດນາມ 2016 ​​ແມ່ນ​ວຽກ​ງານ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ, ທັນ​ການ ​ເພື່ອ​ປຸກລະດົມ ​ແລະ ​ເຊີດ​ຊູ​ບັນດາ​ນັກວິທະຍາສາດ ​ແລະ ນັກປະດິດ​ສ້າງ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ທິກີ​ມ​ເງິນ ໃຫ້​ຮູ້ວ່າ:

        “ຂ້າພະ​ເຈົ້າ​ສະ​ເໜີ​ບັນດາ​ສະຫາຍ​ສືບ​ຕໍ່​ເອົາ​ໃຈ​ໃສ່, ສົ່ງ​ເສີມການຄົ້ນ​ຫາ, ​ປະດິດ​ສ້າງ​ບັນດາ​ກິດຈະກຳວິທະຍາ​ສາດ ​ແລະ ​ເຕັກ​ໂນ​ໂລ​ຢີ, ປຸກ​ລະດົມ​ທຸກ​ຂັ້ນ, ທຸກຂະ​ແໜງ, ປະຊາຊົນ​ທຸກ​ຊັ້ນ​ວັນນະ, ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຕອບ​ສະໜອງການ​ເຂົ້າ​ຮ່ວມ​ຂະ​ບວນການ​ແຂ່ງຂັນ​ປະດິດ​ສ້າງ, ຄົ້ນຄວ້າ​ການ​ໜູນ​ໃຊ້​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ, ​ເພື່ອ​ຈາກ​ນັ້ນ ຄັດ​ເລືອກ​ກິດຈະກຳ, ມາດ​ຕະການ​​ປະດິດ​ສ້າງ​ດ້ານວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ​​​ເພື່ອເຮັດ​ໃຫ້​ປື້​ມຄຳຫົວຄິດ​ປະດິດ​ສ້າງ ຫວຽດນາມ ຂອງ​ພວກ​​ເຮົາອຸດົມສົມ​ບູນ ​ເພື່ອ​ປະກາດ​ຢ່າງ​ກ້ວາງ​ຂວາງໃນ​ທົ່ວ​ສັງຄົມ​.

ຂ່າວ/ບົດ​ອື່ນ