ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດແມ່ນພາກສ່ວນທີ່ບໍ່ອາດຕັດແຍກອອກຈາກຊາດຫວຽດນາມໄດ້

ປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດແມ່ນພາກສ່ວນທີ່ບໍ່ອາດຕັດແຍກອອກຈາກຊາດຫວຽດນາມໄດ້ - ảnh 1
ທ່ານ ຟ້າ​ມກວາງ​ວິ​ງ ​ເອກ​ອັກຄະ​ລັດຖະທູດ
 ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ​
(ພາບອິນເຕີແນັດ)

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 16 – 24/10/2015, ທ່ານ ຟ້າ​ມກວາງ​ວິ​ງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ ​ໄດ້​ທຳການ​ຢ້ຽມຢາມ​​ລັດ ກາລີ​ຟໍ​ເນຍ ຢ່າງ​​ເປັນ​ທາງ​ການ​ເຖິງ. ນອກຈາກ​ບັນດາ​ການ​ພົບ​ປະ​ກັບ​ນັກ​ການ​ເມືອງ ​ແລະ ບັນດາ​ວິ​ສາ​ຫະກິດ​ຢູ່​ນະຄອນ ຊານ ຟຼັນຊິດ​ສະ​​ໂກ, ຊັກຣາ​ແມນ​ໂຕ ,ລອດ​ແອນ​ເຈີ​ລິດ, ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມກວາງ​ວິ​ງ ຍັງ​ມີ​ບັນດາ​ການ​ພົບ​ປະ​ກັບ​ປະຊາ​ຄົມ​ຊາວ ຫວຽດນາມ ພວມ​ດຳລົງ​ຊີວິດ, ຮ່ຳຮຽນ, ​ເຮັດ​ວຽກ​ໃນ​ພາກ​ເໜືອ ​ແລະ ​ໃຕ້​ລັດ ກາລີ​ຟໍ​ເນຍ. ພົບ​ປະ​ກັບ​ຜູ້​ຕາງໜ້າ​ຂອງ​ບັນດາ​ກຸ່ມ​ປະຊາ​ຄົມ, ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມກວາງ​ວິ​ງ ຢືນຢັນ​ວ່າ: ​ລັດ​ຖື​ປະຊາ​ຄົມ​ຊາວ ຫວຽນ​ດາມ ຢູ່ ອາ​ເມ​ລິ​ກາ ​ເວົ້າ​ສະ​ເພາະ ​ແລະ ປະຊາ​ຄົມ​ຊາວ ຫວຽນ​ດາມ ​ໃນ​ທົ່ວ​ໂລກ​ເວົ້າ​ລວມ​ແມ່ນ​ພາກສ່ວນ 1 ທີ່​ບໍ່​ອາດ​ຕັດ​​ແຍກ​ອອກ​ຈາກ​ຊາດ ຫວຽດນາມ ​ໄດ້. ທີ່​ພາກ​ເໜືອ ກາລີ​ຟໍ​ເນຍ, ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມກວາງ​ວິ​ງ ​ໄດ້​ມີ​ການ​ພົບ​ປະ​ກັບ​ຊາວ​ ຫວຽນ​ດາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເກືອບ 150 ຄົນ. ​ໃນ​ຂະນະ​ນັ້ນ, ຢູ່​ພາກ​ໃຕ້ ກາລີ​ຟໍ​ເນຍ, ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມກວາງ​ວິ​ງ ມີ​ການ​ພົບ​ປະ​ຫລາຍ​ຄັ້ງ​ກັບ​ຊາວ ຫວຽດນາມ ລຸ້ທຕ່າງໆ ທີ່​ພວມອາ​ໄສ​ຢູ່​ຕ່າງປະ​ເທດ​ຕາງ​ກັນ, ຈັດ​ງານ​ລ້ຽງ​ຮອງ​ຮັບ​ພໍ​ແມ່​ປະຊາຊົນ​ຢ່າງ​ສະ​ໜິດສະໜົມ…

ຂ່າວ/ບົດ​ອື່ນ