ປະຊາຄົມສາກົນປາດຖະໜາຢາກຮັບປະກັນສິດເສລີ,ຄວາມປອດໄພໃນການເດີນທະເລ,ການບິນຢູ່ທະເລຕາເວັນອອກ

ປະຊາຄົມສາກົນປາດຖະໜາຢາກຮັບປະກັນສິດເສລີ,ຄວາມປອດໄພໃນການເດີນທະເລ,ການບິນຢູ່ທະເລຕາເວັນອອກ - ảnh 1
​ຈີນການ​ເຄື່ອນ​ໄຫວ​ຖົມ​ດິນ​​ເປີດກວ້າງ​ເກາະ​ຢ່າງ​ຜິດ​ກົດ​ໝາຍ
ຢູ່​ທະ​ເລ​ຕາ​ເວັນ​ອອກ
(ພາບ: Epic Times)

(vovworld) - ​ໂດຍ​ສືບ​ຕໍ່​ມື້​ເຮັດ​ວຽກ​ທີ່ 2 ຂອງກອງ​ປະ​ຊຸ​ມ​ສຳ​ມະ​ນາ​ສາ​ກົນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ຄັ້ງ​ທີ 7, ໂດຍ​ສະ​ຖາ​ບັນ​ການ​ຕ່າງ​ປະ​ເທດ, ກອງ​ທຶນ​ໜູນ​ຊ່ວຍ​ຄົ້ນ​ຄວ້າ​ທະ​ເລ​ຕາ​ເວັນ​ອອກ ແລະ ສະ​ມາ​ຄົມ​ນັກ​ທະ​ນາຍ​ຄວາມ​ຫວຽດ​ນາມ, ສົມ​ທົບ​ກັນ​ຈັດ​ຕັ້ງ. ທີ່ກອງ​ປະ​ຊຸ​ມ​ສຳ​ມະ​ນາ, ​ບັນ​ດາ​ຜູ້​ແທນ​ໄດ້ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ກົດ​ໝາຍ, ແງ່​ຫວັງ​ແກ້​ໄຂ​ການ​ຂັດ​ແຍ້ງ​​ກັນຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ວາ​ລະ​ປະ​ຊຸມ​ທົດ​ລອງ​ເພື່ອ​ຊອກ​ຫາ​ມາດ​ຕະ​ການ​ແກ້​ໄຂ​ໃຫ້​ທະ​ເລ​ຕາ​ເວັນ​ອອກ.

      ກ່ອນ​ໜ້ານັ້ນ, ໃນ​ມື້​ເຮັດ​ວຽກ​ທ​ຳ​ອິດ, ເຊິ່ງ​ດຳ​ເນີນ​ໃນ​ວັນ​ທີ 23/11, ບັນ​ດາ​ຜູ​້​ແທນ​ໄດ​້​ສະ​ເໜີ​ 14 ບົດ​ທາບ​ທາມ​ຄວາມ​ເຫັນ ແລະ ເກືອບ 40 ຄຳ​ເຫັນ​ປຶກ​ສາ​ຫາ​ລື​ໄຈ້​ແຍກ​ສະ​ພາບ​ການ​ໂລກ ທີ່​​ກະ​ທົບ​ເຖິງ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ແລະ ບັນ​ດາ​ການ​ຜັນ​ແປ​ຫວ່າງມໍ່ໆ​ມານີ້​ທີ່​ກ່ຽວ​​ຂ້ອງ​ເຖິງ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ບັນ​ດາ​ຜູ້​ແທນ​ໄດ້ຢືນ​ຢັນ​ວ່າ​ທຸກ​ປະ​ເທດ​ຈະ​ລ້ວນ​ແຕ່​ໄດ້​ຮັບ​ຜົນ​ປະ​ໂຫຍດ ເມື່ອ​ທະ​ເລ​ຕາ​ເວັນ​ອອກ​ມີ​ສັນ​ຕິ​ພາບ, ສະ​ຖຽນລະ​ພາບ ແລະ ປາດ​ຖະ​ໜາ​ຮັບ​ປະ​ກັນ​ສິດ​ເສ​ລີ​, ຄວາມ​ປອດ​ໄພ​​ໃນ​ການ​ເດີນ​ທະ​ເລ, ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​​ຕໍ່​ການ​ເຄື່ອນ​ໄຫວ​ຖົມ​ດິນ​​ເປີດກວ້າງ​ເກາະ​ຢ່າງ​ຜິດ​ກົດ​ໝາຍ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່, ກໍ່​ສ້າງລານ​ບິນ ແລະ ​ອາດ​ສາ​ມາດ​ຕິດ​ຕັ້ງ​ບັນ​ດາ​ ​ອຸ​ປະ​ກອນ​ກາ​ນ​ທະ​ຫານ​ຂອງ​ຈີນ ຢູ່​ບັນ​ດາ​ກິດ​ຈະ​ກຳ​ດັ່ງ​ກ່າວ​ໃນ​ທະ​ເລ​ຕາ​ເວັນ​ອອກ, ບັນ​ດາ​ນັກ​ຮຽນ​ຮູ້​ຖື​ວ່າ, ຝ່າຍ​ຕ່າງໆ​ຕ້ອງ​ມີ​ບັນ​ດາ​ມາດ​ຕະ​ການ​ສຳ​ພັດ​ຫຼາຍ​​ຝ່າຍ, ຍົກ​ສູງ​ບັນ​ດາ​ເວ​ທີ​ປາ​ໄສ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃນ​ພາ​ກ​ພື້ນ, ເຄົາ​ລົບທັດ​ສະ​ນະ​ລວ​ມ​ຂອງ​ປະ​ເທດ​ຕ່າງໆ ແລະ ເຄົາ​ລົບ​ກົດ​ໝາຍ​ສາ​ກົນ.

ຂ່າວ/ບົດ​ອື່ນ