ປະຊາຊົນ ແລະ ແຂກທ່ອງທ່ຽວໄປບູຊາຢູ່ວັດຍາມຕົ້ນລະດູບານໃໝ່

(VOVWORLD) - ອາກາດໃນຊຸມມື້ຕົ້ນບຸນເຕັດມີແສງແດດອົບອຸ່ນ, ສ້າງຄວາມສະດວກເພື່ອໃຫ້ປະຊາຊົນໄປບູຊາຢູ່ວັດ ຂໍໃຫ້ປີໃໝ່ມີຄວາມສະງົບສຸກ.
ປະຊາຊົນ ແລະ ແຂກທ່ອງທ່ຽວໄປບູຊາຢູ່ວັດຍາມຕົ້ນລະດູບານໃໝ່ - ảnh 1(ຢູ່ເຂດພູພຽງ ມົກເຈົາ, ແຂວງ ເຊີນລາ, ໄດ້ຕ້ອນຮັບແຂກທ່ອງທ່ຽວຫຼາຍກວ່າ 13.000 ເທື່ອຄົນ)

ຢູ່ແຂວງ ກວາງນິງ, ບັນດາສະຖານທີ່ທ່ອງທ່ຽວແຫ່ງຈິດວິນຍານ, ຄື: ວິຫານ ເກືອອົງ - ກັບຕຽນ, ວິຫານພະອໍລະຫັນ ເຈິ່ນກວັກງຽນ ຫຼື ເຂດປູຊະນີຍະສະຖານວັດ ອຽນຕື, ຍາມໃດກໍ່ດຶງດູດປະຊາຊົນມາຖະຫວາຍບູຊາ, ຢ້ຽມຊົມຍາມຕົ້ນປີໃໝ່. ທ່ານ ດົ່ງກວາງແຄງ ແລະ ທ່ານນາງ ເລທິຮົ່ງ ຢູ່ນະຄອນ ຮະລອງ, ໃຫ້ຮູ້ວ່າ:

        “ຍາມຕົ້ນປີໃໝ່, ພວກຂ້າພະເຈົ້າໄດ້ກະກຽມເຄື່ອງບູຊາ, ໝາກໄມ້ຖະຫວາຍຢູ່ວິຫານ, ວັດແຫ່ງຕ່າງໆ ຂໍໃຫ້ມີໂຊກມີລາບ ແລະ ກໍ່ແມ່ນການໄປນະວັດສະການຍາມຕົ້ນປີໃໝ່”.

        “ຍາມຕົ້ນປີໃໝ່, ຂໍໃຫ້ມີສຸຂະພາບເຂັ້ມແຂງ, ຢູ່ເຢັນເປັນສຸກ. ອວຍພອນໃຫ້ປະເທດມີຄວາມສະຫງົບສຸກ, ທຸກໆຄົນປະຕິບັດສຳເລັດໜ້າທີ່ຂອງຕົນ”.

        ແຕ່ວັນທີ 09 – 12 ກຸມພາ (ກົງກັບວັນທີ 30 ເດືອນ 12 ຮອດວັນທີ 03 ບຸນເຕັດປີມະໂລງ), ຢູ່ເຂດພູພຽງ ມົກເຈົາ, ແຂວງ ເຊີນລາ, ໄດ້ຕ້ອນຮັບແຂກທ່ອງທ່ຽວຫຼາຍກວ່າ 13.000 ເທື່ອຄົນມາພັກຜ່ອນຕາກອາກາດ, ຢ້ຽມຊົມ. ມາແຫ່ງນີ້, ແຂກທ່ອງທ່ຽວໄດ້ເຊື່ອມຕົວເຂົ້າກັບອາກາດປອດໂປ່ງຂອງເຂດພູພຽງສີຂຽວ, ຮັບຊົມບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ແຫ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ