ປະຊາຊົນນັບພັນຄົນ​ໄປ​ຢາມດົ່ງລົກເພື່ອ​ສະ​ແດງຄວາມ​​​ຮູ້​ບູນ​ຄູນ​ຕໍ່ນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ

(VOVWORLD) - ແຕ່ລະມື້ມີ 2.000 – 3.000 ເທື່ອຄົນທີ່ມາຈາກທຸກແຖບຖິ່ນຂອງປະເທດຊາດ ແລະ ແຂກທ່ອງທ່ຽວສາກົນ ໄດ້ມາສະຖານທີ່ທ່ອງທ່ຽວແຫ່ງນີ້ເພື່ອຖະຫວາຍທູບທຽນ
ປະຊາຊົນນັບພັນຄົນ​ໄປ​ຢາມດົ່ງລົກເພື່ອ​ສະ​ແດງຄວາມ​​​ຮູ້​ບູນ​ຄູນ​ຕໍ່ນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ - ảnh 1ແຕ່ລະມື້, ມີປະຊາຊົນ, ແຂກທ່ອງທ່ຽວ 2000 - 3000 ເທື່ອຄົນໄປຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດ ດົ່ງລົກ

ຕາມຄະນະຄຸ້ມຄອງເຂດປະຊະນີຍະສະຖານປະຫວັດສາດລະດັບຊາດ ທາງ 3 ແຍກ ດົ່ງລົກ, ນັບແຕ່ຕົ້ນປີໄປຢາມປະຈຸບັນ, ມີແຂກທ່ອງທ່ຽວເກືອບ 200.000 ເທື່ອຄົນມາສະຖານທີ່ແຫ່ງນີ້, ໃນຊຸມວັນມໍ່ໆມານີ້, ແຕ່ລະມື້ມີ 2.000 – 3.000 ເທື່ອຄົນທີ່ມາຈາກທຸກແຖບຖິ່ນຂອງປະເທດຊາດ ແລະ ແຂກທ່ອງທ່ຽວສາກົນ ໄດ້ໄປເຖິງສະຖານທີ່ທ່ອງທ່ຽວແຫ່ງນີ້ເພື່ອຖະຫວາຍທູບທຽນ, ຖະຫວາຍດອກໄມ້ອາໄລຫາ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ.  

        ເພື່ອກະກຽມໃຫ້ການເຄື່ອນໄຫວສະເຫຼີມສະຫລອງຕ່າງໆນັ້ນ, ຄະນະຄຸ້ມຄອງເຂດປູຊະນີຍະສະຖານໄດ້ຈັດຕັ້ງການສ້ອມແປງ, ອະນາໄມສັງລວມໃນເຂດປູຊະນີຍະສະຖານ; ຈັດແບ່ງພະນັກງານ, ພາລະກອນເຮັດວຽກຢ່າງຕໍ່ເນື່ອງ, ບໍ່ມີວັນພັກເພື່ອຕ້ອນຮັບ, ຮັບໃຊ້ແຂກທ່ອງທ່ຽວ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ