ປະຊາຊົນນັບໝື່ນຄົນເດີນຂະບວນປະທ້ວງຢູ່ ລອນດອນ ຮຽກຮ້ອງລົງປະຊາມະຕິຄັ້ງທີ 2

(VOVWORLD) -  ວັນທີ 20 ຕຸລາ, ປະຊາຊົນນັບໝື່ນຄົນທີ່ສະໜັບສະໜູນສະຫະພາບ ເອີຣົບ (ອີຢູ) ໄດ້ພາກັນເດີນຂະບວນປະທ້ວງຕາມຖະໜົນຫລາຍສາຍຢູ່ ລອນດອນ ເພື່ອຮຽກຮ້ອງຈັດຕັ້ງການລົງປະຊາມະຕິຄັ້ງໃໝ່ກ່ຽວກັບເລື່ອງ ອັງກິດ ຖອນອອກຈາກ ອີຢູ ຫຼື ເອີ້ນວ່າ Brexit.
ປະຊາຊົນນັບໝື່ນຄົນເດີນຂະບວນປະທ້ວງຢູ່ ລອນດອນ ຮຽກຮ້ອງລົງປະຊາມະຕິຄັ້ງທີ 2 - ảnh 1ປະຊາຊົນນັບໝື່ນຄົນເດີນຂະບວນປະທ້ວງຢູ່ ລອນດອນ ຮຽກຮ້ອງລົງປະຊາມະຕິຄັ້ງທີ 2 (ພາບ:  belfasttelegraph.co.uk

ບັນດາຜູ້ຈັດຕັ້ງການເດີນຂະບວນປະທ້ວງໃຫ້ຮູ້ວ່າ ຄາດວ່າມີຄົນເຂົ້າຮ່ວມການເຄື່ອນໄຫວເດີນຂະບວນປະທ້ວງປະມານ 100.000 ຄົນ ພ້ອມດ້ວຍການມີໜ້າຂອງບັນດາສະມາຊິກລັດຖະສະພາທີ່ມາຈາກບັນດາພັກການເມືອງຢູ່ ອັງກິດ ກໍ່ປະກອບສຽງເວົ້າໃຫ້ແກ່ການເຄື່ອນໄຫວນີ້. ນີ້ແມ່ນການເດີນຂະບວນປະທ້ວງດ້ວຍຂອບຂະໜາດໃຫຍ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ແນໃສ່ຮຽກຮ້ອງລັດຖະບານຈັດຕັ້ງການລົງປະຊາມະຕິກ່ຽວກັບບັນດາມາດຕາ Brexit.

       ການເດີນຂະບວນປະທ້ວງດຳເນີນໄປໃນສະພາບການລັດຖະບານ ອັງກິດ ພວມຖືກຄວາມກົດດັນນັບມື້ນັບໃຫຍ່ຂຶ້ນ ຍ້ອນຍຸດທະສາດການເຈລະຈາ Brexit ທີ່ໄດ້ຮັບຖືວ່າ “ຍັງບໍ່ທັນມີປະສິດທິຜົນ”. ມາຮອດປັດຈຸບັນ, ທີ່ຍັງເຫຼືອພຽງແຕ່ 5 ເດືອນ ກ່ອນທີ່ຮອດເວລາ ອັງກິດ ຖອນອອກຈາກ ອີຢູ ຢ່າງເປັນທາງການໃນເດືອນ ມີນາ 2019. ບັນດາການເຈລະຈາເພື່ອໄປສູ່ຂໍ້ຕົກລົງຍັງຖືກຈົນຕະແຈຢູ່

ຕອບກັບ

ຂ່າວ/ບົດ​ອື່ນ