ປະຊາຊົນຜູ້ເຊື່ອຖືສາສະໜາຕ່າງໆອຸທິດສ່ວນເຂົ້າໃນວິວັດການຕໍ່ຕ້ານຕ້ານສັດຕູຮຸກຮານ,ສ້າງສາປະເທດຊາດ

ປະຊາຊົນຜູ້ເຊື່ອຖືສາສະໜາຕ່າງໆອຸທິດສ່ວນເຂົ້າໃນວິວັດການຕໍ່ຕ້ານຕ້ານສັດຕູຮຸກຮານ,ສ້າງສາປະເທດຊາດ - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວນ​ຟຸກ ພົບ​ປະ​ກັບ
​ການ​ນຳ​ຂັ້ນ​ສູງ​ບັນ​ດາ​ອົງ​ການສາ​ສະ​ໜາ​ໃນ​ທົ່​ວ​ປະ​ເທດ)

(vovworld) - ຕອນ​ເຊົ້າ​ວັນ​ທີ 19/12, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວນ​ຟຸກ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ກັບ​ການ​ນຳ​ຂັ້ນ​ສູງ​ບັນ​ດາ​ອົງ​ການສາ​ສະ​ໜາ​ໃນ​ທົ່​ວ​ປະ​ເທດ 55 ຄົນ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວນ​ຟຸກ ຢືນ​ຢັນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຖືກ​ຕ້ອງ​ຂອງ​ພັກ ແລະ ລັດ​ກ່ຽວ​ກັບ​ການ​ເຊື່ອ​ຖື​ສາ​ສະ​ໜາ, ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ​້​ບັນ​ດາ​ສາ​ສະ​ໜາ​ດຳ​ລົງ​ຊີ​ວິດ​ສັນ​ຕິ​ພາບ​ໃນ​ປະ​ຊາ​ຄົມ​ບັນ​ດາ​ເຜົ່າ​ຫວຽດ​ນາມ, ປະ​ກ​ອບ​ສ່ວນ​ສ້າງ​ສາ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ຮັ່ງ​ມີ, ສວຍ​ງາ​ມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ.

“ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ສະ​ໜາ, ບັນ​ດາ​ຜູ້​ມີ​ຍົດ​ສັກຕຳ​ແໜ່ງ​ທາງ​ສາ​ສະ​ໜາ ຍາມ​ໃດ​ກໍ​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ, ຂົນ​ຂ​ວາຍ​ຜູ້​ເຊື່ອ​ຖື​ສາ​ສະ​ໜາ, ມະ​ຫາ​ຊົນ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ກົດ​ໝາຍ​ຂອງ​ລັດ. ຕັ້ງ​ໜ້າເຂົ້າ​ຮ່ວມ​ການ​ອອກ​ແຮງ​ງານ​ທຳ​ການ​ຜະ​ລິດ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​. ປະ​ຕິ​ບັດ​ບັນ​ດາ​ການ​ເຄື່ອນ​ໄຫວໃຈ​ບຸນ​ໃຈ​ກູ້​ສົນ​ເປັນ​ຢ່າງ​ດີ, ປະ​ກອບ​ສ່ວນ​ຢ່າງ​ແທ​້​ຈິງ​ເຂົ້າ​ໃນການ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາ​ມ​ທຸກ​ຍາກ, ປ້ອງ​ກັນ, ຕ້ານ​​ໄພ​ສັງ​ຄົມ, ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ທາງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະ​ບຽ​ບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ​ຢູ່​ເຂດ​ປະ​ຊາ​ຊົນ​ເຊື່ອ​ຖື​ສາ​ສະ​ໜາ”.

ຂ່າວ/ບົດ​ອື່ນ