ປະ​ຊາ​ຊົນ​ແຂ​ວງ ຫາຍ​ເຢືອງ ຄຶກ​ຄື້ນ​ມ່ວນ​ຊື່ນ​ກັບ​ງານແຂ່ງ​ຂັນກະ​ໂພກ​ດິນ​

(VOVWORLD) -  ກະໂພກດິນ ແມ່ນເກມລະຫຼີ້ນພື້ນເມືອງທີ່ມີມາແຕ່ດົນນານຢູ່ເຂດທົ່ງພຽງທາງພາກເໜືອ ຫວຽດນາມ. ຢູ່ ແຂວງ ຫາຍເຢືອງ, ໄລ່ມາຮອດປັດຈຸບັນ, ເກມຫຼີ້ນພື້ນເມືອງນີ້ ຍັງຖືກຮັກສາໄວ້ ແລະ ເສີມຂະຫຍາຍຢູ່ເມືອງ ນິງຢາງ, ເມືອງ ຢາລົກ ແລະ ຕຶ໋ກີ່.
ປະ​ຊາ​ຊົນ​ແຂ​ວງ ຫາຍ​ເຢືອງ ຄຶກ​ຄື້ນ​ມ່ວນ​ຊື່ນ​ກັບ​ງານແຂ່ງ​ຂັນກະ​ໂພກ​ດິນ​ - ảnh 1ການນຳແຂວງ ຫາຍເຟືອງ ເປັນຄົນທຳອິດປະຕິບັດການແຂ່ງຂັນກະໂພກດິນ (ພາບ: TTXVN)

ວັນທີ 25 ກຸມພາ, ງານແຂ່ງຂັນກະໂພກດິນ (ຟ໊າວເດິດ) ແຂວງ ຫາຍເຢືອງ ປີ 2024 ໄດ້ຈັດຂຶ້ນຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດ ໂກນເຊີນ - ກຽບບາກ (ນະຄອນ ຈີ໊ລິງ). ງານບຸນດັ່ງກ່າວໄດ້ເຕົ້າໂຮມຜູ້ເຂົ້າຮ່ວມການແຂ່ງຂັນ 210 ຄົນ ທີ່ມາຈາກ 7 ທິມ ຈາກເມືອງຕ່າງໆຂອງແຂວງຫາຍເຢືອງ.

        ກະໂພກດິນ ແມ່ນເກມລະຫຼີ້ນພື້ນເມືອງທີ່ມີມາແຕ່ດົນນານຢູ່ເຂດທົ່ງພຽງທາງພາກເໜືອ ຫວຽດນາມ. ຢູ່ ແຂວງ ຫາຍເຢືອງ, ໄລ່ມາຮອດປັດຈຸບັນ, ເກມຫຼີ້ນພື້ນເມືອງນີ້ ຍັງຖືກຮັກສາໄວ້ ແລະ ເສີມຂະຫຍາຍຢູ່ເມືອງ ນິງຢາງ, ເມືອງ ຢາລົກ ແລະ ຕຶ໋ກີ່. ແຕ່ລະປີ, ນັບແຕ່ເດືອນຈຽງຮອດເດືອນ 4 ໄລ່ຕາມຈັນທະປະຕິທິນ, ຢູ່ຫຼາຍທ້ອງຖິ່ນໃນແຂວງ ຫາຍເຢືອງ ຈະຈັດງານແຂ່ງຂັນກະໂພກດິນ.

ຕອບກັບ

ຂ່າວ/ບົດ​ອື່ນ