ປະຊາຊົນໃນທົ່ວປະເທດມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກກອມມູນິດຫວຽດນາມ

ປະຊາຊົນໃນທົ່ວປະເທດມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກກອມມູນິດຫວຽດນາມ - ảnh 1
(ພາບ​ປະ​ກອບ)

(vovworld) –​ ກອງ​ປ​​ະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ດຳ​ເນີນ​ຢູ່​ຮ່າ​ໂນ້ຍ ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ. ມີ​ຫຼາຍ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ​ສະ​ແດ​ງ​ໃຫ້​ເຫັນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ບົດ​ລາຍ​ງານ​ຕີ​ລາ​ຄາ​ການ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັ​ກ​ໃນ​ອາ​ຍຸ​ການ​ຜ່ານ​ມາ ແລະ ໄລ​ຍະ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່​ຂອງ​ປະ​ເທດ​ຊາດ ເຊິ່ງ​ບັນ​ດາ​ຜູ້​ແທນ​ສະ​ເໜີ​ທີ່ກອງ​ປະ​ຊຸມ​ໃຫຍ່. ທ່ານ​ປະ​ລິ​ຍາ​ເອກ ຫງວຽນ​ກ໋ວກ​ຢຸງ, ຫົວ​ໜ້າ​ສະ​ຖາ​ບັນ​ການ​ເມືອງ - ​ການປົກ​ຄອງ​ເຂດ​ທົ່ງ​ພຽງ​ແມ່ນ​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ, ຍົກ​ຄຳ​ເຫັນ​ວ່າ.

      “ເອ​ກະ​ສານ​ກອງ​ປະ​ຊຸມ​ໃຫ​ຍ​່​ຄັ້ງ​ທີ 12 ຂອງ​ພັກ ມີ 2 – 3 ບັນ​ຫາ​ທີ່​ຂ້າ​ພ​ະ​ເຈົ້າ​ພໍ​ໃຈ​ທີ່​ສຸດກອງ​ປະ​ຊຸມ​ໃຫຍ່ບໍ່​ພຽງ​ແຕ່​ຕີ​ລາ​ຄາ​ອາ​ຍຸ​ການ 5 ປີ​ຜ່ານ​ມາ​ເທົ່າ​ນັ້ນ ຫາກ​ຍັງ​ຫວນ​ຄືນໄລ​ຍະ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່ອີກ​ດ້ວຍ. ສະ​ນັ້ນ, ເຖິງວ່າ​ແມ່ນ​ເອ​ກະ​ສານ​ຂອງກອງ​ປະ​ຊຸມ​ໃຫຍ່​ອາ​ຍຸ​ການ 5 ປີກໍ່​ຕາມ, ແຕ່ມັນ​ໄດ້​ຕີ​ລາ​ຄາ​ນັບ​ທັງ​ວິ​ວັດ​ການ​ປ່ຽນ​ໃໝ່​ຂອງ​ປະ​ເທດ​ຊາດ, ດ້ວຍ​ບັນ​ດາ​ບົດ​ຮຽນ​ໃຫຍ່. ແລະ​ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ໃຫຍ່​ໄດ​້​ກຳ​ນົດ​ໜ້າ​ທີ່ ແລະ ທິດ​ທາງ​ຂອງ​ທັງ​ປະ​ເທດ​ຢ່າງ​ຈະ​ແຈ້ງ.  ​ໃນເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ, ຂ​້າ​ພະ​ເຈົ້າ​ພໍ​ໃຈ​ຕໍ່ 2 ບັນ​ຫາ​ຄື​: ທີ່​ໜຶ່ງ, ກອງ​ປະ​ຊຸ​ມ​ໃຫຍ່​ກຳ​ນົດ​ການ​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ, ນີ້​ແມ່ນ​ບັນ​ຫາ​ໃຫຍ​່​ຂອງ​ປະ​ເທດ​ຊາດ. ທີ່ 2, ​ແມ່ນພັກ​ເຮົາ​ພວມ​ວາງ​ອອກ​ບັນ​ຫາ​ຍູ້​ແຮງ​ສະ​ມັດ​ຕະ​ພາບປັດ​ໃຈ​ລວບ​ລ​ວມ TFP ໃນ % ຂອງ​ການ​ເຕີບ​ໂຕ GDP. ຂ້າ​ພະ​ເຈົ້າ​ຖື​ວ່າ ນັ້ນ​ແມ່ນ​​ການ​ຕັ້ງ​ບັນ​ຫາ​ຖືກ​ຕ້ອງ​ກັບທິດ​ທາງ​ທັນ​ສະ​ໄໝ​ໃນ​ປະ​ຈຸ​ບັ​ນ”.

      ກ່ຽວ​ກັບ​ບັນ​ດາ​ເນື້ອ​ໃນ, ​ລັດ​ຖະ​ນະ​ໂຍ​ບາຍເຊິ່ງ​ພັກ​ໄດ້​ວາງ​ອອກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ ໃນ​ໄລ​ຍະ​ເຊື່ອມ​ໂຍງ, ທ່ານ​ນາງ ຫງວຽນ​ທິ​ບິກ​ທຸຍ, ຮອ​ງ​ປະ​ທານ​ສະ​ຫະ​ພັນ​ແຮງ​ງານ​ນະ​ຄອ​ນ​ໂຮ່​ຈິ​ມິນ, ສະ​ເໜີ​ວ່າ.

      “ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ວ່າ, ພັກ​ສືບ​ຕໍ່​ກໍ່​ສ້າງ​ຊົນ​ຊັ້ນ​ກຳ​ມະ​ກອນ​ຫວຽດ​ນາມ ເພື່ອ​ຍູ້​ແຮງ​ໄລ​ຍະ​ຫັນ​ປະ​ເທດ​ຊາດ​ເ​ປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສ​ະ​ໄໝ. ຊົນ​ຊັ້ນ​ກຳ​ມະ​ກອນ​ຫວຽດ​ນາມ ຕ້ອ​ງ​ມີ​ລະ​ດັບ​ຄວາມ​ຮູ້​ສູງ, ໄດ້​ຮັບ​ການກໍ່​ສ້າງ, ມີ​ວີ​ຊາ​​ສະ​ເພາະໃນ​ທຸກ​ຂົງ​ເຂດ, ອາ​ຊີບ ແລະ ພິ​ເສດ​ແມ່ນ​ມີ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ​ທີ່​ໝັ້ນ​ຄົງ, ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​​ທີ່​​ກ້າວ​ໜ້າເຂົ້າ​ໃນ​ການ​ອອກ​ແຮງ​ງານ​ທຳ​ການ​ຜະ​ລິດ. ຈຳ​ເປັນ​ຕ້ອງ​ກຳ​ນົດ​ທິດ​ປ່ຽນ​ໃໝ່​ກ​່ຽວ​ກັບ​ການ​ຈັດ​ຕັ້ງ ແລະ ເຄື່ອນ​ໄຫວ​ຂອງ​ລະ​ບົບ​ການ​ເມືອງ ໃນ​ນັ້ນ​ມີ​ອົງ​ການ​ຈັດ​ຕັ້ງ​ກຳ​ມະ​ບານ ຍົກ​ສ​ູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ກຳ​ມະ​ບານ​ຂັ້ນ​ຮາກ​ຖານ ແລະ ກຳ​ມະ​ບານ​ຫວຽດ​ນາມ ເວົ້າ​ລວ​ມ​​ແມ່ນ​ຕ້ອງໝັ້​ນ​ຄົງ​ເຂັ້ມ​ແຂງ, ເພື່ອ​ຕອບ​ສະ​ໜອງ​​ສະ​ພາບ​ການ​ໃໝ່, ພິ​ເສດ​ແມ່ນ​ເມື່ອ​ພວກ​ເຮົາ​ເຂົ້າ​ຮ່ວມ​ສັນ​ຍາ​ການ​ຄ້າ​ຂ້າມ​ປາ​ຊີ​ຟິກ”.

ຂ່າວ/ບົດ​ອື່ນ