ປະດັບຫຼຽນໄຊຂອງລາວໃຫ້ສ່ວນບຸກຄົນ, ໝູ່ຄະນະຂອງຫວຽດນາມ

ປະດັບຫຼຽນໄຊຂອງລາວໃຫ້ສ່ວນບຸກຄົນ, ໝູ່ຄະນະຂອງຫວຽດນາມ - ảnh 1
(ພິທີປະ​ກັບ​ຫຼ​ຽນໄຊ​ຂອງ​ລາວ​ໃຫ້​ສ່ວນ​ບຸກຄົນ, ໝູ່​ຄະນະ​ຂອງ​ຫວຽດນາມ)

(vovworld) – ຕອນ​ເຊົ້າ​ວັນ​ທີ 19/12, ​ຢູ່​ຮ່າ​ໂນ້ຍ, ໂດຍ​ຕາງ​ໜ້າ​ໃຫ້​ລັດຖະບານ ສປປ ລາວ, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປປ ລາວ ປະຈຳ​ຫວຽດນາມ ສົມ​ພອນ ສີ​ຈະ​ເລີ​ນ ​ໄດ້​ປະດັບ​ຫຼຽນ​ໄຊ​ມິດຕະພາບ​ຂອງ​ລັດຖະບານ ສປປ ລາວ ​ໃຫ້​ແກ່​ການ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ຫວູຮຸຍຮ່ວາງ; ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ​ການ​ຄ້າ ​ເຈີ່ນ​ກ໋ວກ​ແຄ໋ງ ​ແລະ ​ມອບໃບ​ຍ້ອງຍໍ​ໃຫ້​ບາງ​ຫົວໜ່ວຍ​ຂຶ້ນ​ກັບ​ກະຊວງ​ອຸດສາຫະກຳ​ການ​ຄ້າ ຍ້ອນ​ໄດ້​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້ ສປປ ລາວ ​ໃນ​ການ​ເຊື່ອມ​ໂຍງ, ກາຍ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ.

        ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ສົມພອນ ສີ​ຈະ​ເລີ​ນ ກໍ່​ໄດ້​ປະ​ດັບ​ຫຼຽນ​ໄຊ​ປະຕິວັດ​ໄຊຊະນະ​ຊັ້ນ​ໜຶ່ງ ​ໃຫ້​ທ່ານ ຫງວຽນ​​ເຮ້ວ ​ແລະ ຫຼຽນ​ກາ​ຕ້ານ​ອາ​ເມ​ລິ​ກາ​ໃຫ້​ທ່ານ ຫງວຽນ​​ແຮ່ງ. ນີ້​ແມ່ນ​ນັກ​ຊ່ຽວ​ຊານ​ດ້ານ​ການ​ທະຫານອາສາ​ສະມັກ​ຫວຽ​ດນາມ ຢູ່​ລາວ 2 ຄົນ ທີ່​ໄດ້​ມີ​ຄຸນງາມຄວາມດີຕໍ່​ພາລະກິດ​ປົດ​ປ່ອຍ ສປປ ລາວ ​ໃນ​ໄລຍະ​ຕໍ່ສູ້ ຕ້ານ​ຈັກກະພັດ​ແຕ່​ປີ 1945 – 1975.

ຂ່າວ/ບົດ​ອື່ນ