ປະທານ EC ກ່າວເຕືອນອີຢູ ມີໄພຖືກລົ້ມລະລາຍ

ປະທານ EC ກ່າວເຕືອນອີຢູ ມີໄພຖືກລົ້ມລະລາຍ - ảnh 1
ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ (EC) Jean Claude Juncker
(ພາບ​ປະ​ກອບ: AFP/TTXVN)

(vovworld) - ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ມີ​ໄພ​ຖືກ​ລົ້ມ​ລະ​ລາຍ ຖ້າ​ຫາກ​ມີ​ຫຼາຍ​ປະ​ເທດ​ສະ​ມາ​ຊິກ​ສືບ​ຕໍ່​ອອກ​ຈາກ​ກຸ​່ມ ຄື​ອັງ​ກິດ. ວັນ​ທີ 24/03, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ (EC) Jean Claude Juncker, ໄດ້​ຍົກ​ອອກ​ຄຳ​ກ່າວ​ເຕືອນ​ດັ່ງ​ກ່າວ​ໃນ​ສະ​ພາບ​ທີ່​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ Theresa May ກະ​ກ​ຽ​ມ​​ວັນ​ເລີ່ມ​​ປະ​ຕິ​ບັດ​ຕາມມາດ​ຕາ 50 ຂອງ​ສົນ​ທິ​ສັນ​ຍາ Lisbon ເລີ່ມ​ດຳ​ເນີນວ​ິ​ວັດ​ທະ​ນາ​ການ​ນຳ​ອັງ​ກິດ ຖອນ​ອອກ​ຈາກ ອີ​ຢູ ຢ່າງ​ເປັນ​ທາງ​ການ, ຫຼື ເອີ້ນ​ວ່າ Brexit. ກ່າວ​ຄຳ​ເຫັນ​ຕໍ່​ໜ້າ​ວົງ​ການ​ນັກ​ຂ່າວ, ທ່ານ Jean Claude Juncker ຢືນ​ຢັນ​ວ່າ, ເລືຶ່ອງ​ປະ​ເທດ​ໃດ ໃນ​ຈຳ​ນວນ 27 ປະ​ເທດ​ສະ​ມາ​ຊິກ​ຍັງເຫຼືອ​ຂອງ ອີ​ຢູ ມີ​ແນວ​ຄິດອອກ​ຈາກ “ຊາຍ​ຄາ​ລວ​ມ” ອີຢ​ູ ອາດ​ຈະ​ເປັນ​ໄພ​ນາບ​ຂູ່​ເຖິງ​ທົ່ວ​ກຸ່ມ. ທ່ານ​ເນັ້ນ​ໜັກ​ວ່າ “ຖ້າ​ຫາກ​ມີ 2, 3,4 ຫຼື 5 ປະ​ເທດອ​ອກ​ຈາກ​ກຸ່ມ, ສິ່ງ​ດັ່ງ​ກ່າວ​ຈະ​ເຮັດ​ໃຫ້​ອີ​ຢູ ລົ້ມ​ລະ​ລ​າຍ”.

        ທ່ານ Juncker ຢືນ​ຢັນ​ວ່າ, ອີ​ຢູ ຈະ​ຊຸກ​ຍູ້​ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ​ກັບ​ອັງ​ກິດ ບົນ​ຈິດ​ໃຈ​ມິດ​ຕະ​ພາບ ແລະ ຍຸ​ຕິ​ທຳ, ພ້ອ​ມ​ທັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປົ​ກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ພົນ​ລະ​ເມືອງ​ອີ​ຢູ 3 ລ້ານ​ຄົນ ທີ່​ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ອັງ​ກິດ ກໍໍ່​ຄື​ພົນ​ລະ​ເມືອງ​ອັງ​ກິດ ນັບ​ລ້ານ​ໆຄົນ​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ບັນ​ດາ​ປະ​ເທດ​ອີ​ຢູ.


ຂ່າວ/ບົດ​ອື່ນ