ປະທານ ADB ຕີລາຄາສູງຄວາມໝັ້ນຄົງທາງດ້ານເສດຖະກິດຂອງຫວຽດນາມ

ປະທານ ADB ຕີລາຄາສູງຄວາມໝັ້ນຄົງທາງດ້ານເສດຖະກິດຂອງຫວຽດນາມ - ảnh 1
(ທ່ານ​ປະທານ​ທະນາຄານ​ພັດທະນາ​ອາຊີ Takehiko Nakao)

(vovworld) – ​ເນື່ອງ​ໃນ​ໂອກາດ​ການ​ມາຢ້ຽມຢາມ, ​​ເຮັດ​ວຽກ​ຢູ່​ຫວຽດນາມ ​ເປັນ​ເວລາ 2 ວັນ, ຕອນ​ບ່າຍ​ວັນ​ທີ 19/09, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ທະນາຄານ​ພັດທະນາ​ອາຊີ (ADB) Takehiko Nakao ​ໄດ້​ເປັນ​ປະທານ​ການ​ປະຊຸມ​ຂ່າວ, ​ແຈ້ງ​ໝາກຜົນ​ທີ່​ບັນລຸ​ໄດ້​ຜ່ານ​ບັນດາ​ການ​ເຮັດ​ວຽກກັບ​ການ​ນຳ​ລັດ, ລັດຖະບານ​ຫວຽດນາມ. ທີ່​ການ​ປະຊຸມ​ຂ່າວ ທ່ານ Takehiko Nakao ​ເນັ້ນ​ໜັກ​ວ່າ, ADB ​ໄດ້​ຕີ​ລາຄາ​ສູງບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ໃນ​ການ​ຮັບປະກັນ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ພ້ອມ​ທັງ​ຢືນຢັນ​ການ​ໜູນ​ຊ່ວຍ​ຂອງ ADB ​ໃນ​ການ​ຍູ້​​ໄວ​ບັນດາ​ການ​ປະຕິ​ຮູບ​ໂຄງ​ປ​ະກອບ ​ແລະ ຊຸກຍູ້​ກຳລັງ​ແກ່ງ​ແຍ້ງ​ຂອງ​ຫວຽດນາມ. ທ່ານ Takehiko Nakao ກ່າວ​ວ່າ.

        “ລັດຖະບານ​ຫວຽດນາມ ບັນລຸ​ໄດ້​ບັນດາ​ຜົນງານ​ພໍ​ສົມຄວນ​ໃນ​ການ​ຮັບປະກັນ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ. ວິ​ວັດ​ການ​ປະຕິ​ຮູບຂ​ອງຫວຽດນາມ ​ແມ່ນ​ມຸ່ງ​ໄປ​ເຖິງ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ ກໍ່​ບັນລຸ​ໄດ້​ບັນດາ​ຜົນງານ​ຢ່າງ​ຕັ້ງໜ້າ. ADB ມີ​ຄວາມ​​ປິຕິ​ຊົມ​ຊື່ນ​ເມື່ອ​ບັນດາ​ກົດໝາຍ​ໃໝ່​ຄື ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ, ກົດໝາຍ​ວ່າ​ດ້ວຍ​​ການ​ປະ​ມູນ ​ແລະ ບັນດາ​ຂໍ້​ກຳນົດ​ອື່ນໆ​ໄດ້​ປະກາດ​ໃຊ້ ​ແລະ ​​ໄດ້​ນຳເຂົ້າ​ເຄື່ອນ​ໄຫວ. ຫວຽດນາມ ມີຄວາມ​ສາມາດ​ບົ່ມຊ້ອນ​ຫຼາຍ​ຢ່າງ​ເພື່ອ​ພັດທະນາ, ​ໃນ​ນັ້ນ​ມີ​ທ່າ​ແຮງ​​ໜຶ່ງແມ່ນ​ ຫວຽດ​ນາມ ມີຝັ່ງ​ທະ​ເລ​ຍາວ​. ​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຫວຽດນາມ ຍັງຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ​ແຕ່​ພິຈາລະນາ​ຕົວ​ຈິງ, ADB ​ມີ​ຄວາມ​ເຊື່ອ​ໝັ້ນ​ໃນ​ອະນາຄົດ​ຂອງ​ຫວຽດນາມ, ກຳ​ແໜ້ນ​ໄດ້​ບັນດາ​ກາລະ​ໂອກາດ​ເພື່ອ​ພັດທະນາ ​ແລະ ADB ​ໃຫ້​ຄຳ​ໝັ້ນ​ສັນຍາ ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດນາມ.”

ຂ່າວ/ບົດ​ອື່ນ