ປະ​ທານ​ນາ​ທິ​ບໍ​ດີ ຟິ​ລິບ​ປິນ ​ສິ້ນ​ສຸດ​ການ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ທາງ​ລັດ​ຖະ​ກິດ​ຢ່າງ​ຈົບ​ງາມ

(VOVWORLD) -  ວັນທີ 30 ມັງກອນ, ປະທານນາທິບໍດີ ຟິລິບປິນ Ferdinand Romualdez Marcos Jr. ແລະ ພັນລະຍາ Louise Araneta Marcos ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ສິ້ນສຸດການມາຢ້ຽມຢາມ ຫວຽດນາມ ທາງລັດຖະກິດ ໃນລະຫວ່າງວັນທີ 29-30 ມັງກອນ ຢ່າງຈົບງາມ, ຕາມຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ.
ປະ​ທານ​ນາ​ທິ​ບໍ​ດີ ຟິ​ລິບ​ປິນ ​ສິ້ນ​ສຸດ​ການ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ທາງ​ລັດ​ຖະ​ກິດ​ຢ່າງ​ຈົບ​ງາມ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ ສົ່ງອຳລາທ່ານປະທານາທິບໍດີ ຟີລິບປິນ  Ferdinand Marcos Jr ແລະ ພັນລະຍາ (ພາບ: TTXVN)

ນີ້ແມ່ນການຢ້ຽມຢາມ ຫວຽດນນາມ ຄັ້ງທຳອິດຂອງ ປະທານນາທິບໍດີ ຟິລິບປິນ Ferdinand Romualdez Marcos Jr. ນັບແຕ່ທ່ານດຳລົຕ່ຳແໜ່ງ. ປະທານນາທິບໍດີ ຟິລິບປິນ Ferdinand Romualdez Marcos Jr.  ໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ແລະ ພ້ອມກັບທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ດຳເນີນການພົບປະເຈລະຈາ, ເປັນສັກຂີພະຍານ ໃນພິທີແລກປ່ຽນເອກະສານ ການຮ່ວມມືໃນຂົງເຂດຕ່າງໆ; ພົບປະແລກປ່ຽນຄຳຄິດຄຳເຫັນກັບ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟາມມິງຈິ້ງ ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫວະ.

       ທີ່ການພົບປະເຈລະຈາ, ແລກປ່ຽນຄຳຄິດຄຳເຫັນຄັ້ງຕ່າງໆ, ການນຳສອງປະເທດ ຕີລາຄາສູງການພັດທະນາຢ່າງເຂັ້ມແຂງ ແລະ ແທດຈິງຂອງການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງສອງປະເທດ; ເຫັນດີເປັນເອກະພາບຈະເພີ່ມທະວີ ແລະ ພັດທະນາການພົວພັນຄູ່ຮ່ວມມື ໃຫ້ນັບມື້ນັບເລິກເຊິ່ງ ແລະ ຮອບດ້ານ ໃນສະພາບການທີ່ສອງປະເທດ ພວມກ້າວໄປເຖິງ ການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ ຄົບຮອບ 10 ປີ (2015-2025) ໃນປີ 2025 ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 50 ປີ ໃນປີ 2026. ສອງຝ່າຍເຫັນດີເປັນເອກະພາບ ຈະເພີ່ມທະວີຄວາມເຊື້ອໝັ້ນທາງດ້ານການເມືອງ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຜ່ານການຮັກສາການຢ້ຽມຢາມ, ພົບປະຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນເປັນປະຈຳໃນທຸກຊ່ອງທາງ ແລະ ການໄປມາຫາສູ່ກັນລະຫວ່າງປະຊາຊົນ. ສອງຝ່າຍໃຫ້ຄຳໝັ້ນສັນຍາ ຈະຍູ້ແຮງບັນດາກົນໄກການຮ່ວມມືສອງຝ່າຍທີ່ມີໃນປັດຈຸບັນ ແລະ ຜັນຂະຫຍາຍບັນດາເອກະສານສັນຍາ ທີ່ສອງປະເທດໄດ້ເຊັນຮ່ວມກັນຢ່າງມີປະສິດຕິຜົນ. ການນຳສອງປະເທດ ເໜັ້ນໜັກ ເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ປອດໄພໃນການເດີນເຮືອ, ມີເສລີພາບໃນການຄົມມະນາຄົມທາງທະເລ ແລະ ທາງອາກາດ ຢູ່ທະເລຕາເວັນອອກ. ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ປະກາດອອກຂ່າວຖະແຫຼ່ງການສື່ມວນຊົນຮ່ວມ ຫວຽດນາມ - ຟິລິບປິນ.

ຕອບກັບ

ຂ່າວ/ບົດ​ອື່ນ