ປະທານປະເທດ ຫວໍວັນເຖືອງ ຕ້ອນຮັບປະທານສະພາແຫ່ງຊາດ ອຳນາດການປົກຄອງປະຊາຊົນກຸບາ

(VOVWORLD) - ທ່ານປະທານປະເທດ ຫວໍວັນເຖືອງ, ຢັ້ງຢືນວ່າ ຫວຽດນາມ ຈົດຈຳ ແລະ ຮູ້ບຸນຄຸນການສະໜັບສະໜູນຂອງ ກຸບາ ໃນການຕໍ່ສູ້ຍາດເອົາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ, ກໍ່ຄືບັນດານ້ຳໃຈພິເສດຂອງການນຳ ກຸບາ Fidel Castro ທີ່ສະຫງວນໃຫ້ແກ່ ຫວຽດນາມ
 
ປະທານປະເທດ ຫວໍວັນເຖືອງ ຕ້ອນຮັບປະທານສະພາແຫ່ງຊາດ ອຳນາດການປົກຄອງປະຊາຊົນກຸບາ - ảnh 1ທ່ານ Esteban Lazo Hernandez, ປະທານສະພາແຫ່ງຊາດ ອຳນາດການປົກຄອງປະຊາຊົນ ກຸບາ ແລະ ທ່ານປະທານປະເທດ ຫວໍວັນເຖືອງ
(ພາບ:Thống Nhất/TTXVN)

ໂດຍໄດ້ຮັບຄຳເຊີນຈາກການນຳພັກ ແລະ ລັດ ຫວຽດນາມ, ທ່ານ Esteban Lazo Hernandez, ປະທານສະພາແຫ່ງຊາດ ອຳນາດການປົກຄອງປະຊາຊົນ ກຸບາ ໄດ້ມາຢ້ຽມຢາມ ຫວຽດນາມ ແຕ່ວັນທີ 24 – 28 ກັນຍາ. ຕອນເຊົ້າວັນທີ 25 ກັນຍາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ອຳນາດການປົກຄອງປະຊາຊົນ ກຸບາ Esteban Lazo Hernandez.

        ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວໍວັນເຖືອງ, ຢັ້ງຢືນວ່າ ຫວຽດນາມ ຈົດຈຳ ແລະ ຮູ້ບຸນຄຸນການສະໜັບສະໜູນຂອງ ກຸບາ ໃນການຕໍ່ສູ້ຍາດເອົາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ, ກໍ່ຄືບັນດານ້ຳໃຈພິເສດຂອງການນຳ ກຸບາ Fidel Castro ທີ່ສະຫງວນໃຫ້ແກ່ ຫວຽດນາມ. ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີໃຫ້ສອງປະເທດ ຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອເພີ່ມທະວີການພົວພັນຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ກຸບາ.

        ສ່ວນທ່ານປະທານສະພາແຫ່ງຊາດ ອຳນາດການປົກຄອງປະຊາຊົນ ກຸບາ Esteban Lazo Hernandez ຢັ້ງຢືນວ່າ: ກຸບາ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກໃຫ້ການພົວພັນທີ່ເປັນມູນເຊື້ອແບບພິເສດ ແລະ ການຮ່ວມມືຮອບດ້ານກັບ ຫວຽດນາມ ໃຫ້ເລິກເຊິ່ງກ່ວາອີກ ເຊິ່ງແມ່ນການພົວພັນເປັນແບບຢ່າງໃນໂລກ…

        ການນຳສອງປະເທດໄດ້ເປັນເອກະພາບກັນ, ຖືວ່າ: ເລື່ອງສອງປະເທດພ້ອມກັນຈັດການສະເຫຼີມສະຫຼອງບັນດາເຫດການປະຫວັດສາດ 50 ປີແຫ່ງການຢ້ຽມຢາມຂອງການນຳ ກຸບາ Fidel Castro ຢູ່ເຂດປົດປ່ອຍພາກໃຕ້ຂອງ ຫວຽດນາມ ແມ່ນການສະແດງໃຫ້ເຫັນຄວາມເຄົາລົບຕໍ່ບັນດາມໍລະດົກໂດຍປະທານ ໂຮ່ຈີມິນ, ການນຳ Fidel ແລະ ການນຳ, ປະຊາຊົນຫຼາຍລຸ້ນຄົນຂອງສອງປະເທດ ໄດ້ສ້າງຂຶ້ນໃຫ້ສາຍພົວພັນ ຫວຽດນາມ - ກຸບາ.

ຕອບກັບ

ຂ່າວ/ບົດ​ອື່ນ