ປະທານປະເທດ ເຈີ່ນດ້າຍກວາງ ເປັນປະທານກອງປະຊຸມ ຂອງຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ

(VOVWORLD) - ສະນັ້ນ, ຕ້ອງມີຄວາມຮັບຮູ້ຢ່າງຖືກຕ້ອງກ່ຽວກັບເປົ້າໝາຍ, ທັດສະນະ, ທິດທາງ, ໜ້າທີ່ ແລະ ມີຄວາມຕັດສິນໃຈສູງ. ພ້ອມກັນນັ້ນ ກໍ່ດຳເນີນຢ່າງຄົບຊຸດກ່ຽວກັບການປ່ຽນແປງໃໝ່ຂອງລະບົບການເມືອງ, ການປະຕິຮູບດ້ານນິຕິບັນຍັດ ແລະ ການປະຕິຮູບການບໍລິຫານ
ປະທານປະເທດ ເຈີ່ນດ້າຍກວາງ ເປັນປະທານກອງປະຊຸມ ຂອງຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່າວຄຳເຫັນທີ່ການເຮັດວຽກ

ຕອນເຊົ້າວັນທີ 30 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ເຈີ່ນດ້າຍກວາງ ປະທານປະເທດ, ຫົວໜ້າຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ, ເປັນປະທານກອງປະຊຸມຄັ້ງທີ 3 ຂອງຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງ, ເພື່ອແນໃສ່ປຶກສາຫາລື, ໃຫ້ຄຳເຫັນກ່ຽວກັບ “ຮ່າງບົດລາຍງານໂຄງຮ່າງການຈັດຕັ້ງ, ການເຄື່ອນໄຫວ ຂອງຄະນະຊີ້ນຳ ນັບແຕ່ເມື່ອສ້າງຕັ້ງຈົນຮອດປະຈຸບັນ, ສະເໜີໂຄງຮ່າງການຈັດຕັ້ງ, ການເຄື່ອນໄຫວ ຂອງຄະນະຊີ້ນຳໃນໄລຍະຈະມາເຖິງ  ແລະ ຮ່າງແຜນການກວດກາ, ເລັ່ງລັດ, ກຳແໜ້ນສະພາບການປະຕິບັດໜ້າທີ່ປະຕິຮູບດ້ານຕຸລາການ ຢູ່ບັນດາທ້ອງຖິ່ນ” ກ່າວຄຳເຫັນນະທີ່ນີ້ ທ່ານປະທານປະເທດ ເຈີ່ນດ້າຍກວາງ ຖືວ່າການປະຕິຮູບດ້ານຕຸລາການ ແມ່ນເນື້ອໃນສຳຄັນໃນແນວທາງປ່ຽນແປງໃໝ່ຂອງພັກກອມມູນິດຫວຽດນາມ ກ່ຽວກັບການສ້າງລັດແຫ່ງອຳນາດນິຕິບັນຍັດຫວຽດນາມສັງຄົມນິຍົມ. ສະນັ້ນ, ຕ້ອງມີຄວາມຮັບຮູ້ຢ່າງຖືກຕ້ອງກ່ຽວກັບເປົ້າໝາຍ, ທັດສະນະ, ທິດທາງ, ໜ້າທີ່ ແລະ ມີຄວາມຕັດສິນໃຈສູງ. ພ້ອມກັນນັ້ນ ກໍ່ດຳເນີນຢ່າງຄົບຊຸດກ່ຽວກັບການປ່ຽນແປງໃໝ່ຂອງລະບົບການເມືອງ, ການປະຕິຮູບດ້ານນິຕິບັນຍັດ ແລະ ການປະຕິຮູບການບໍລິຫານ; ມີວິວັດການຢ່າງເໝາະສົມ, ລາຍການ, ແຜນການຢ່າງລະອຽດ, ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດໃນແຕ່ລະໄລຍະ. ກ່ຽວກັບຮ່າງແຜນການກວດກາ, ເລັ່ງລັດ, ກຳແໜ້ນສະພາບການປະຕິບັດໜ້າທີ່ການປະຕິຮູບຢູ່ບັນດາທ້ອງຖິ່ນ, ທ່ານປະທານປະເທດ ເຈີນດ້າຍກວາງ ໃຫ້ຮູ້ວ່າ ນີ້ແມ່ນໜ້າທີ່ໄດ້ຮັບການກຳນົດ ໃນໂຄງການດຳເນີນງານ ປີ 2017 ຂອງຄະນະຊີ້ນຳ. ດັ່ງນັ້ນ, ກ່ອນທີ່ຈະຜັນຂະຫຍາຍຄວນໄດ້ຮັບການກະກຽມເນື້ອໃນກວດກາຢ່າງລະອຽດ ແລະ ແຈ້ງໃຫ້ບັນດາທ້ອງຖິ່ນກະກຽມເນື້ອໃນລາຍງານເພື່ອບັນລຸປະສິດທິຜົນສູງທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ