ປະທານປະເທດ ເຈືອງເຕີນຊາງ ອວຍພອນປີໃໝ່ ນັກສິລະປິນ, ປັນຍາຊົນ

ປະທານປະເທດ ເຈືອງເຕີນຊາງ ອວຍພອນປີໃໝ່ ນັກສິລະປິນ, ປັນຍາຊົນ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ແລະ ນັກກະວີ ຫິວຖິງ
(ພາບປະກອບ ຈາກ Nguyễn Khang - TTXVN)


(vovworld) – ວັນ​ທີ 22/1, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່​ນັກປະພັນ​ວັນນະຄະດີ​ນັກປະຕິວັດອາວຸ​ໂສ ຮອກ​ຟີ, ນັກ​ສີ​ລະ​ປິນປະຊາຊົນ ບຸ່ຍ​ດິ່ງ​ຮາກ, ສາດສະດາຈານ, ດຣ ວິທະຍາສາດ, ປະທານ​ສະພາ​ສັດວິທະຍາ ຫວຽດນາມ ດັ້ງ​ຮູ​ຍຮິ່ງ. ທ່ານ​ປະທານ​ປະ​ເທດ​ໄດ້​ຕີ​ລາຄາ​ສູງການປະ​ກອບ​ສ່ວນ​ສຳຄັນ​ຫຼາຍ​ຢ່າງ​ຂອງບັນດານັກ​ປະພັນ​ວັນນະຄະດີ, ນັກ​ສີ​ລະ​ປິນ, ນັກວິທະຍາສາດ​ທີ່​ມີ​ຕໍ່ພາລະກິດ​ວິທະຍາ​ສາດ, ສີ​ລະ​ປະ​ຂອງ​ປະ​ເທດ​ຊາດ. ທ່ານ​ປະທານ​ປະ​ເທດ ​​ສະ​ແດງ​ວ່າ ຕາມ​ທ່າ​ອ່ຽງ​ເຊື່ອມ​ໂຍງ​ພັດທະນາ, ວັນນະຄະດີ​ສີ​ລະ​ປະ ​ແລະ ວິທະຍາສາດຂອງ ຫວຽດນາມ ມີ​ການ​ປ່ຽນ​ໃໝ່​ຢ່າງ​ຕໍ່​ເນື່ອງ, ນັກ​ສິລະ​ປິນ, ນັກ​ຄົ້ນ​ຄ້ວາ​ລຸ້ນປະຈຸ​ບັນ​ພວມ​ສືບ​ທອດ​ພາລະກິດ​ຂອງ​ລຸ້ນພໍ່​ລຸ້ນອ້າຍ​​ໃນ​ວິວັດ​ການ​ສ້າງ​ພື້ນຖານ​ວັດທະນະທຳ ຫວຽດນາມ ກ້າວໜ້າ​ເຂັມ​ຂົ້ນ​ໄປ​ດ້ວຍສີສັນ​ຊາດ. ​ເມື່ອ​ແບ່ງປັນ​ບັນດາ​ຄຳ​ເຫັນ​ປະກອບ​ກ່ຽວ​ກັບ​ສະພາບປະ​ເທດ​ຊາດ​ເວົ້າ​ລວມ ​ແລະ ຂອງ​ບັນດາ​ນັກ​ສີ​ລະ​ປິນ​ການ​ເວົ້າ​ສະ​ເພາະ, ທ່ານ​ປະທາ​ນປະ​ເທດ ​ເຈືອງ​ເຕີນ​ຊາງ ​ຫວັງ​ວ່າ ​ນັກ​ສີ​ລະ​ປິນ​ແຕ່ລະຄົນ, ຄວນ​ປະກອບ​ຄຳ​ເຫັນ​ຢ່າງກົງ​ໄປ​ກົງ​ມາ ດ້ວຍ​ຈິດ​ໃຈ​ສ້າງສັນ ​ເພື່ອ​ໃຫ້​ພັກ​ເຂັມ​ແຂງ, ປະ​ເທດ​ນັບ​ມື້​ນັບ​ພັດທະນາ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ: ປະ​ເທດ​ຊາດ, ປະຊາຊົນ​ຍາມ​ໃດ​ກໍ່ສ້າງ​​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ຜູ້ຊົນຄຸນວຸດທິ, ປັນຍາ​ຊົນ ​ເສີມ​ຂະຫຍາຍ​ຄວາມ​ສາມ​າດ ​ແລະ ລໍຖ້າ​ບັນດາ​ບົດປະພັນ​ວັນນະຄະດີ, ວິທະຍາສາດ​ແທດ​ຈິງ. ນັກ​ສີ​ລະ​ປິນ, ນັກວິທະຍາສາດ​ອາ​ຍຸ​ສູງ​ຄວນ​ຍົກ​ສູງ​ຫົວຄິດ​ປະດິດ​ສ້າງ, ຄວາມ​​ເມົາ​ມົວ, ຖ່າຍທອດ​ບົດຮຽນ, ສຸດຈິດສຸດ​ໃຈ ຊ່ວຍ​​ໃຫ້​ລຸ້ນໜຸ່ມ​ເຕີບ​​ໃຫຍ່, ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ.

ຂ່າວ/ບົດ​ອື່ນ