ປະທານປະເທດຖະຫວາຍທູບທຽນອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດປູຊະນີຍະສະຖານພິເສດກຳແພງເກົ່າ ກວາງຈິ

(VOVWORLD) -ມີນັກຮົບນັບພັນຄົນໄດ້ເສຍສະຫຼະຊີວິດຢູ່ເຂດດິນແດນກຳແພງເກົ່າ ກວາງຈິ, ເພື່ອໃຫ້ປະເທດຊາດຍາດໄດ້ເອກະລາດ, ທ້ອນໂຮມປະເທດຊາດ, ປະຊາຊົນມີ ເສລີພາບ, ຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກຄືໃນວັນນີ້.
ປະທານປະເທດຖະຫວາຍທູບທຽນອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດປູຊະນີຍະສະຖານພິເສດກຳແພງເກົ່າ ກວາງຈິ - ảnh 1(ທ່ານປະທານປະເທດ ຫງວຽນຊວັນຟຸກ ນຳໜ້າຄະນະປະຕິບັດງານຖະຫວາຍດອກໄມ້, ທູບທຽນ)

ວັນທີ 29 ເມສາ, ຢູ່ເຂດກຳແພງເກົ່າ ກວາງຈິ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຖະຫວາຍດອກໄມ້, ທູບທຽນສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ອຸທິດຊີວິດໄວໜຸ່ມ, ເສຍສະຫຼະຊີວິດ, ເລືອດເນື້ອເພື່ອເອກະລາດ, ເສລີພາບຂອງປະເທດຊາດ. ໃນການຕໍ່ສູ້ຕ້ານ ອາເມລິກາ ກູ້ຊາດ, ດ້ວຍການຕໍ່ສູ້ຢ່າງອົງອາດກ້າຫານເພື່ອປົກປັກຮັກສາກຳແພງເກົ່າ ກວາງຈິ ແລະ ເທດສະບານ ກວາງຈິ ໃນຕະຫຼອດ 81 ວັນ ແລະ ຄືນທີ່ດຸເດືອດໃນລະດູແລ້ງປີ 1972 (ນັບແຕ່ວັນທີ 28 ມີຖຸນາ - 16 ກັນຍາ 1972). ມີນັກຮົບນັບພັນຄົນໄດ້ເສຍສະຫຼະຊີວິດຢູ່ເຂດດິນແດນກຳແພງເກົ່າ ກວາງຈິ, ເພື່ອໃຫ້ປະເທດຊາດຍາດໄດ້ເອກະລາດ, ທ້ອນໂຮມປະເທດຊາດ, ປະຊາຊົນມີ ເສລີພາບ, ຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກຄືໃນວັນນີ້.

        ພາຍຫຼັງພິທີຖະຫວາຍທູບທຽນ, ດອກໄມ້ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ຄະນະປະຕິບັດງານໄດ້ປະຕິບັດພິທີ (ເຊັນ, ຈ້ຳກາ) ຈຳໜ່າຍຊຸດສະແຕມໄປສະນີ “50 ປີແຫ່ງການປົກປັກຮັກສາກຳແພງເກົ່າ ກວາງຈິ (1972 – 2022)”.

ໃນວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟູກ ໄດ້ໄປຖະຫວາຍທູບທຽນ, ດອກໄມ້, ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ເຈື່ອງເຊີນ, ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດທາງເລກ 9.

        ແລະກໍ່ເນື່ອງໃນໂອກາດນີ້, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ສົມທົບກັບຄະນະພັກແຂວງ ກວາງຈິ ຈັດກອງປະຊຸມສຳມະນາວິທະຍາລາດ “ປົດປ່ອຍ ກວາງຈິ ແລະ ຕໍ່ສູ້ປົກປັກຮັກສາກຳແພງເກົ່າ ກວາງຈິ ປີ 1972 - ເຄິ່ງສະຕະວັດແຫ່ງການສ້າງສາ ປ່ຽນແປງໃໝ່ ແລະ ພັດທະນາ”. ກອງປະຊຸມສຳມະນາເພື່ອເຮັດແຈ້ງຂອບຂະໜາດ, ຄວາມໝາຍຂອງໄຊຊະນະ ບັ້ນບຸກໂຈມຕີ ຈິ - ທຽນ ປົດປ່ອຍແຂວງ ກວາງຈິ ແລະ ຕໍ່ສູ້ປົກປັກຮັກສາກຳແພງເກົ່າ ກວາງຈິ. ຜ່ານນັ້ນ, ປະກອບສ່ວນຍົກສູງຄວາມເອກອ້າງທະນົງໃຈ, ເຊີດຊູຊາດຕົນເອງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຕັດສິນໃຈດ້ານການເມືອງຂອງ ຫວຽດນາມ ໃນພາລະກິດແຫ່ງການປ່ຽນແປງໃໝ່ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ