ປະທານປະເທດເຈີນດ້າຍກວາງເຂົ້າຮ່ວມພິທີສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລເສດຖະກິດນະຄອນໂຮ່ຈິມິນ

ປະທານປະເທດເຈີນດ້າຍກວາງເຂົ້າຮ່ວມພິທີສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລເສດຖະກິດນະຄອນໂຮ່ຈິມິນ - ảnh 1
(ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ
ກ່າວ​ຄຳ​ເຫັນພິ​ທີ​ສະ​ເຫຼີມ​ສະ​ຫຼອງ)


(vovworld) - ​ຕອນ​ເຊົ້າ​ວັນ​ທີ 27/10, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ມະ​ຫາ​ວິ​ທະ​ຍາ​ໄລ​ເສດ​ຖະ​ກິດ​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ຈັດຕັ້ງ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງວັນ​​ສ້າງ​ຕັ້ງ​ຄົບ​ຮອບ 40 ປີ (27/10/1976 – 27/10/2016). ກ່າວ​ຄຳ​ເຫັນ​ທີ​່​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ, ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ໄດ້​ຍ້ອງ​ຍໍ​ບັນ​ດາ​ຜົນ​ງານ​ດີ​ເດັ່ນ​ເຊິ່ງມະ​ຫາ​ວິ​ທະ​ຍາ​ໄລ​ເສດ​ຖະ​ກິດ​ນະ​ຄອນ​ໂຮ່​ຈິ​ມິນ ບັນ​ລຸ​ໄດ້​ໃນ​ 40 ປີ​ຜ່ານ​ມາ. ທ່ານ​ປະ​ທານ​ປະ​ເທດ​ສະ​ເໜີ​ໃຫ້​ໂຮງ​ຮຽນ ສືບ​ຕໍ່​ປ່ຽນ​ໃໝ່​ລາຍ​ການ, ເນື້ອ​ໃນ, ວິ​ທີ​​ການສິດ​ສອນ ແລະ ຮ່ຳ​ຮຽນ, ປ່ຽນ​ໃໝ່​ວຽກ​ງານ​ຮັບ​​ສະ​ໝັກນັກ​ຮຽນ… ຄຽງ​ຂ້າງນັ້ນ, ໂຮງ​ຮຽນ​ຕ້ອ​ງ​ເປີດກວ້າງ​ຂອບ​ຂະ​ໜາດ​ບຳ​ລຸງ​ສ້າງ ຕິດ​ພັນ​ກັບ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ການບ​ຳ​ລ​ຸງ​ສ້າງ​ມະ​ຫາ​ວິ​ທະ​ຍາ​ໄລ ແລະ ເ​ໜືອ​ມະ​ຫາ​ວິ​ທະ​ຍາ​ໄລ.

        “ໂຮງ​ຮຽນ​ຕ້ອງ​ຍູ້​ແຮງວຽກ​ງານ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ ຕາມ​ທິດມະ​ຫາ​ບັນ​ດິດ ແລ ປະ​ກາດ​ສາ​ກົນ, ກໍ່​ສ້າງ​ໂຮງ​ຮຽນ​ໃຫ້​ກາຍ​ເປັນ​ສູນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ, ຄຸ້ມ​ຄອງ​ດຳ​ເນີນ​ທຸ​ລະ​ກິດ, ກົດ​ລະ​ບ​ຽບ​ໂຮງ​ຮຽນ ທີ່​ມີ​ຄຸນ​ນະ​ພາບ​ສູງ ມີ​ລັກ​ສະ​ນະ​ພາກ​ພື້ນ ແລະ ສາ​ກົນ. ສົ​ມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ເພີ່ມ​ທະ​ວີ, ລະ​ດົມ​ຖ​ັນ​ແຖວ​ນັກ​ວິ​ທະ​ຍາ​​ສາດ, ​ນັກ​ຊ່ຽວ​ຊານ​ໄຈ​້​ແຍກ, ຄົ້ນ​ຄວ້າ ແລະ ວາງ​ແຜນ​ນະ​ໂຍ​ບາຍ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ເ​ຂົ້າ​ຮ່ວມ​ການ​ຄົ້ນ​ຄວ້າ​ບັນ​ດາ​ຫົວ​ຂໍ້​ວິ​ທະ​ຍາ​ສາດ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຮີບ​ດ່ວນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ຮັບ​ໃຊ້​ການ​ພັດ​ທະ​ນາ​ຂອງ​ນະ​ຄອນ​ໂຮ່​ຈິ​ມິນ, ບັນ​ດາ​ແຂວງ, ນະ​ຄອນ​ໃນ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ”.

        ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ປະ​ທານ​ປະ​ເທດ​ສະ​ເໜີ​ໃຫ້​ບັນ​ດາ​ກະ​ຊວງ, ຄະ​ນະ, ຂະ​ແໜງ​ການ, ທ້ອງ​ຖິ່​ນ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ, ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກວ່າ ເພື່ອ​ຊ່ວຍ​ໃຫ້ມະ​ຫາ​ວິ​ທະ​ຍາ​ໄລ​ເສດ​ຖະ​ກິດ​ນະ​ຄອນ​ໂຮ່​ຈິ​ມິນ ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ