ປະທານປະເທດເຈີນດ້າຍກວາງເຈລະຈາກັບປະທານາທິບໍດີສະຫະພາບມຽນມາ Htin Kyaw

ປະທານປະເທດເຈີນດ້າຍກວາງເຈລະຈາກັບປະທານາທິບໍດີສະຫະພາບມຽນມາ Htin Kyaw - ảnh 1
(ທ່ານປະທານປະເທດເຈີນດ້າຍກວາງເຈລະຈາກັບ
​ທ່ານປະທານາທິບໍດີສະຫະພາບມຽນມາ Htin Kyaw)


(vovworld) - ​​​ ​ຕອນ​ບ່າຍ​ວັນ​ທີ 26/10, ພາຍ​ຫຼັງ​ພິ​ທີ​ຕ້ອ​ນ​ຮັບທ່ານປະ​ທາ​ນາ​ທິ​ບໍ​ດີ​ສະ​ຫ​ະ​​ພາບ​ມຽນ​ມາ Htin Kyaw ຢ່າງ​ເປັນ​ທາງ​ການ, ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດຫວຽດ​ນາມ ເຈີນ​ດ້າຍກວາງ ແລະ ທ່ານປະ​ທາ​ນາ​ທິ​ບໍ​ດີ​ສະ​ຫ​ະ​ພາບ​ Htin Kyaw ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ.

ທີ່​ການເຈ​ລະ​ຈາ, ການ​ນຳ 2 ທ່ານ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມເພິ່ງ​ພໍ​ໃຈ​ຕໍ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ຂອງ 2 ປະ​ເທດ​ໃນ​ 40 ກວ່າ​ປີ​ຜ່ານ​ມາ. ການ​ຮ່ວມ​ມື​ດ້ານ​ການ​ເມືອງ​ໄດ້​ມີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທີ່​ສຳ​ຄັນ​ດ້ວຍ​ເລື່ອງ 2 ຝ່າຍ​ໄດ້​ແລກ​ປ່ຽນ​ບັນ​ດາ​ການ​ຢ້ຽມ​ຢາມ ແລະ ການ​ພົບ​ປະ​ຂັ້ນ​ສູງ. ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ໝັ້​ນ​ຄົງ​ເຂັ້ມ​ແຂງ. 2 ຝ່າຍ​ໄດ້​ແບ່ງ​ປັນ​ທັດ​ສະ​ນະ, ຜົນ​ປະ​ໂຫຍດ​ລວ​ມ​ກ່ຽວ​ກັບ​ສັນ​ຕິ​ພາບ, ຄວາມ​ປອດ​ໄພ​ໃນ​ພາກ​ພື້ຶ້ນ ແລະ ຢືນ​ຢັນ​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ລະ​ຫວ່າງ 2 ປະ​ເທ​ດ. 2 ປະ​ເທດ​ເຫັນ​ດີ​ຊຸກ​ຍູ້​ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ​ ແ​ລະ ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ, ທ່ອງ​ທ່ຽວ ແລະ ເຊື່ອ​ໝັ້ນ​ວ່າ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ແລະ ແບ່ງ​ປັນ​ບັນ​ດາ​ຄຸນ​ຄ່າ​ວັດ​ທ​ະ​ນະ​ທຳ​ລະ​ຫວ່າງ 2 ປະ​ເທດ​ຈະ​ແມ່ນ​ພື້ນ​ຖານ​ຢ່າງ​ໝັ້ນ​ຄົງ​ໃຫ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ສະ​ໜິດ​ຕິດ​ພັນ​ຢ່າງ​ຍາວ​ນານ​ລະ​ຫວ່າງ 2 ຊາດ. ນອກ​ຈາກ​ການ​ຮ່ວມ​ມື 2 ຝ່າຍ, 2 ຝ່າຍ​ໄດ້​ສຸມ​ໃສ່​ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​. 2 ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສົມ​ທົບ​ກັບ​ປະ​ເທດອື່ນໆ​ໃນ​ອາ​ຊຽນ ເພື່ອ​ຊຸກ​ຍູ້​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ຜ່ານ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຄົບ​ຖ້ວນ​ວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ 2025 ແລະ ຊຸກ​ຍູ​້​ບົດ​ບ​າດ​​ແກ່ນ​ກາງ​ຂອງ​ອາ​ຊຽນ ໃນ​ການ​ສ້າງ​ໂຄງ​ປະ​ກອບ​ໃນ​ພາກ​ພື້ນ…

ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, 2 ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮັກ​ສາ ແລະ ຊຸກ​ຍູ້​ສັ​ນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ສະ​ຖຽນ​ລະ​ພາບ, ຄວາມ​ປອດ​ໄພ ແລະ ການ​ເດີນ​ທະ​ເລ​ຢ່າງ​ເສ​ລີ, ກໍ​ຄື​ການ​ຄ້າບໍ່​ຖືກ​​ຂັດ​ຂວາງ​ໃນ​ພາກ​ພື້ນ, ພິ​ເສດ​ແມ່ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຈົງ​ລະ​ງັບ​ໃຈ, ບໍ່​ນາບ​ຂູ່​ນຳ​ໃຊ້​ອາ​ວຸດ ​ຫຼື ນຳ​ໃຊ້​ອາ​ວຸດ, ເຄົາ​ລົບ​ບັນ​ດາ​ວິ​ວັດ​ທະ​ນາ​ການ​ທາງ​ການ​ທູດ, ກົດ​ໝາຍ, ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ບັນ​ດາ​ຫຼັກ​ການ​ພື້ນ​ຖານ​ຂອງ​ກົດ​ໝາຍ​ສາ​ກົນ.

ຂ່າວ/ບົດ​ອື່ນ