ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບາກລຽວ

(VOVWORLD) - ຕອນເຊົ້າວັນທີ 20 ມິຖຸນາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບາກລຽວ.
ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບາກລຽວ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຮັດວຽກກັບການນຳແຂວງ ບາກລຽວ

ເມື່ອເຮັດວຽກກັບການນຳແຂວງ ບາກລຽວ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຊີ້ແຈ້ງວ່າ ທ້ອງຖິ່ນຄວນສືບຕໍ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວຂອງທ້ອງຖິ່ນທີ່ຂຶ້ນກັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ດ້ວຍຝັ່ງທະເລຍາວຢຽດ, ມີຄວາມສະດວກໃນການພັດທະນາພະລັງໄຟຟ້າໃຊ້ແຮງລົມ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ: ທາງແຂວງຄວນເອົາໃຈໃສ່ກ່ວາອີກ ໃນການຮຽກຮ້ອງ, ດຶງດູດບັນດານັກລົງທຶນ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ພື້ນຖານນິຕິກຳ ເພື່ອພັດທະນາເສດຖະກິດ, ພິເສດແມ່ນເສດຖະກິດພາກເອກະຊົນ. ພ້ອມກັນນັ້ນ ແຂວງ ບາກລຽວ ຄວນຂຸດຄົ້ນ ຄວາມສາມາດບົ່ມຊ້ອນກ່ຽວກັບເສດຖະກິດ - ວັດທະນະທຳ ຢ່າງແຮງກ່ວາ ເພື່ອຊຸກຍູ້ການພັດທະນາຂອງທ້ອງຖິ່ນ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕັກເຕືອນວ່າ: ໃນການພັດທະນາເສດຖະກິດ ຄວນຮັບປະກັນຄວາມດຸ່ນດ່ຽງ, ກົມກຽວກ່ຽວກັບຜົນປະໂຫຍດຂອງປະຊາຊົນ. ໃນການກໍ່ສ້າງຊົນນະບົດໃໝ່, ພ້ອມກັບການກໍ່ສ້າງຕາຂ່າຍໄຟຟ້າ, ທາງຄົມມະນາຄົມ, ໂຮງຮຽນ, ສຸກສາລານັ້ນ ຄວນເອົາໃຈໃສ່ເປັນພິເສດ ເຖິງຊີວິດການເປັນຢູ່ຂອງປະຊາຊົນ, ສ້າງວຽກເຮັດງານທຳໃຫ້ປະຊາຊົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ