ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບ ຄະນະຜູ້ແທນອົງການກວດສອບແຫ່ງລັດ ລາວ

(VOVWORLD) -ຕອນບ່າຍວັນທີ 7 ກັນຍາ ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານ ວຽງທະວີສອນ  ເທບພະຈັນ, ປະທານອົງການກວດສອບແຫ່ງລັດ ລາວຊຶ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບ ຄະນະຜູ້ແທນອົງການກວດສອບແຫ່ງລັດ ລາວ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ທ່ານ ວຽງທະວີສອນ  ເທບພະຈັນ, ປະທານອົງການກວດສອບແຫ່ງລັດ ລາວ

    ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສະເໜີໃຫ້ 2 ອົງການກວດສອບແຫ່ງລັດ 2 ປະເທດ ສືບຕໍ່ຮັກສາກົນໄກຮ່ວມມືລະຫວ່າງ 3 ອົງການກວດສອບແຫ່ງລັດ ຫວຽດນາມ - ລາວ - ກຳປູເຈຍ; ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງບັນດາອົງການຄື: ກອງປະຊຸມໃຫຍ່ອົງການບັນດາສຳນັກງານກວດສອບສູງສຸດອາຊີຕາເວັນອອກສຽງໃຕ້ (ASEANSAI), ອົງການ ບັນດາສຳນັກງານກວດສອບສູງສຸດອາຊີ (ASOSAI) ແລະ ອົງການບັນດາສຳນັກງານກວດສອບສູງສຸດສາກົນ (INTOSAI) INTOSAI.

          ສ່ວນທ່ານປະທານອົງການກວດສອບແຫ່ງລັດລາວ ໄດ້ຂອບອົກຂອບໃຈບັນດາການຊ່ວຍເຫຼືອຂອງບັນດາປະເທດ, ໃນນັ້ນມີ ຫວຽດນາມ ໄດ້ຊ່ວຍເຫຼືອລາວສ່ວນໃດສ່ວນໜຶ່ງ ແກ້ໄຂຄວາມຫຍຸ້ງຍາກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ ຍ້ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ທ່ານປະທານອົງການກວດສອບ ແຫ່ງລັດລາວໃຫ້ຮູ້ວ່າ: ຈະສະເໜີໃຫ້ ສະພາແຫ່ງຊາດ ລາວ ປັບປຸງກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ ແລະ ສ້າງລະບຽບການໃຫ້ອົງການກວດສອບແຫ່ງລັດລາວ ເຄື່ອນໄຫວ ຢ່າງມີປະສິດທິຜົນກ່ວາເກົ່າ 

ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບ ຄະນະຜູ້ແທນອົງການກວດສອບແຫ່ງລັດ ລາວ - ảnh 2ທ່ານ ໂງວັນຕວັນ ຮອງຫົວໜ້າອົງການກວດສອບແຫ່ງລັດ ຕ້ອນຮັບທ່ານ ວຽງທະວິສອນ ເທບພະຈັນ ຫົວໜ້າອົງການກວດສອບແຫ່ງລັດ ແຫ່ງ ສປປ.ລາວ (ພາບ: TTXVN)

ກ່ອນໜ້ານັ້ນ, ໃນຕອນບ່າຍວັນທີ 6 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ໂງວັນຕວັນ ຮອງຫົວໜ້າອົງການກວດສອບແຫ່ງລັດ ໄດ້ໃຫ້ການຕ້ອນຮັບທ່ານ ວຽງທະວິສອນ ເທບພະຈັນ ຫົວໜ້າອົງການກວດສອບແຫ່ງລັດ ແຫ່ງ ສປປ.ລາວ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຢ່າງເປັນທາງການ (ແຕ່ວັນທີ 6 – 10 ກັນຍາ). ທີ່ການຕ້ອນຮັບ, ທ່ານ ໂງວັນຕວັນ ສະເໜີໃຫ້ທັງສອງຝ່າຍ ຈົ່ງສຸມໃສ່ເສີມຂະຫຍາຍ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຕ່າງໆໃນໄລຍະຜ່ານມາ ເປັນຕົ້ນແມ່ນການແລກປ່ຽນຄະນະການນຳຄຸ້ມຄອງ, ໜູນຊ່ວຍການກວດສອບແຫ່ງລັດລາວ ສ້າງລະບອບລະບຽບການໃຫ້ສົມບູນແບບ, ປັບປຸງກົດໝາຍວ່າດ້ວຍການກວດສອບແຫ່ງລັດ, ກົງຈັກການຈັດຕັ້ງ, ເພີ່ມທະວີກຳລັງຄວາມສາມາດໃນການກວດສອບສາທາລະນະ. ອົງການກວດສອບແຫ່ງລັດ ຫວຽດນາມ ຈັດສົ່ງນັກຊ່ຽວຊານໄປແນະນຳໃຫ້ພະນັກງານກວດສອບຂອງ ລາວ ໂດຍກົງກ່ຽວກັບບັນດາຂົງເຂດຕາມຄວາມຕ້ອງການ ຄື ງົບປະທານແຫ່ງລັດ, ລົງທຶນກໍ່ສ້າງພື້ນຖານ, ວິສາຫະກິດແຫ່ງລັດ, ລົງທຶນກໍ່ສ້າງໂຄງການ; ບຳລຸງສ້າງພະນັກງານກວດສອບແຫ່ງລັດ ຂອງ ລາວ ຢູ່ ຫວຽດນາມ ແລະ ຢູ່ ລາວ ອີງໃສ່ຂໍ້ສະເໜີຂອງທາງຝ່າຍລາວ. ພ້ອມດຽວກັນນັ້ນ, ສອງຝ່າຍຜັນຂະຫຍາຍປະຕິບັດບັນດາການເຄື່ອນໄຫວຮ່ວມມືໃນປີ 2022 ແລະ ຊຸມປີຕໍ່ໄປ ລະຫວ່າງສອງ 2 ອົງການ, ໃກ້ຊິດຕິດແທດຄວາມຕ້ອງການ ແລະ ກຳລັງຄວາມສາມາດຂອງ 2 ອົງການໃຫ້ມີປະສິດທິຜົນ, ແທດຈິງ; ຊຸກຍູ້ການປະຕິບັດຂໍ້ຕົກລົງຍຸດທະສາດຮ່ວມມືລະຫວ່າງ ຫວຽດນາມ - ລາວ ໄລຍະ 2021 – 2030 ແລະ ສັນຍາຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ - ລາວ ໄລຍະ 2021 – 2025 ໃນການເຄື່ອນໄຫວຮ່ວມມືດ້ານກວດສອບ.


 

ຕອບກັບ

ຂ່າວ/ບົດ​ອື່ນ