ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ຕ້ອນ​ຮັບ​​​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ Ferdinand Romualdez Marcos Jr

(VOVWORLD) - ຕອນບ່າຍວັນທີ 30 ມັງກອນ, ຢູ່ຫໍສະພາແຫ່ງຊາດ ຫຽດນາມ, ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ຕ້ອນຮັບທ່ານປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos Jr, ເຊິ່ງພວມມີການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ. 
ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ຕ້ອນ​ຮັບ​​​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ Ferdinand Romualdez Marcos Jr - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບທ່ານປະທານາທິບໍດີ ຟີລິບປິນFerdinand Romualdez Marcos Jr (ພາບ: VOV)

ນະທີ່ນີ້, ການນຳສອງທ່ານໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການຮ່ວມມືລັດຖະສະພາ; ສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ທຸກຊ່ອງທາງ, ພັກ, ສະພາແຫ່ງຊາດ, ລັດຖະບານ, ພົວພັນແລກປ່ຽນປະຊາຊົນ, ໃນນັ້ນ ມີຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດສອງປະເທດ. ສະພາແຫ່ງຊາດ ຫວຽດນາມ ພ້ອມແລ້ວທີ່ຈະຕ້ອນຮັບບັນດາຄະນະຜູ້ແທນລັດຖະສະພາ ຟີລິບປິນ ມາຢ້ຽມຢາມ, ແລກປ່ຽນຂໍ້ມູນຂ່າວສານ ແລະ ແບ່ງປັນບົດຮຽນປະສົບການ; ຍົກສູງປະສິດທິຜົນບັນດາກົນໄກຮ່ວມມື ແລະ ຜັນຂະຫຍາຍຂໍ້ຕົກລົງຮ່ວມມືສະບັບຕ່າງໆທີ່ໄດ້ລົງນາມແລ້ວໃຫ້ເປັນຢ່າງດີ.

        ການນຳສອງທ່ານກໍເນັ້ນໜັກວ່າ ສອງປະເທດຮ່ວມມື ແລະ ສະໜັບສະໜູນເຊິ່ງກັນແລະກັນ ໃນບັນດາຂອບເຂດຮ່ວມມືຫຼາຍຝ່າຍ, ເພີ່ມທະວີຄວາມສາມັກຄີ, ເຊີດຊູບົດບາດເປັນໃຈກາງຂອງ ອາຊຽນ ແລະ ມີທັດສະນະລວມກ່ຽວກັບການປົກປັກຮັກສາຄວາມໝັ້ນຄົງຢູ່ພາກພື້ນ.

ເລຕວຽດ


ຕອບກັບ

ຂ່າວ/ບົດ​ອື່ນ