ປະທານສະພາແຫ່ງຊາດຫງວຽນຊິງຮູ່ງຢ້ຽມຢາມແລະເຮັດວຽກຢູ່ແຂວງກວາງນາມ

ປະທານສະພາແຫ່ງຊາດຫງວຽນຊິງຮູ່ງຢ້ຽມຢາມແລະເຮັດວຽກຢູ່ແຂວງກວາງນາມ - ảnh 1
ປະທານສະພາແຫ່ງຊາດຫງວຽນຊິງຮູ່ງຢ້ຽມຢາມແລະເຮັດວຽກຢູ່ ບໍລິສັດຜະລິດ ​ໂອ​ໂຕ​ ​ເຈື່ອງ​ຫາຍ

(vovworld) –  ​ຕອນ​ບ່າຍ​ວັນ​ທີ 27/3, ທ່ານ​ ຫງວຽນ​ຊິງ​ຮູ່ງ, ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ລົ​ງຢ້ຽມ​ຢາມ ​ແລ​ະ ​ເຮັດ​ວຽກ​ຢູ່​ເຂດ​​ອຸດສາຫະກຳ​ປະສົມ​ຜະລິດ​ລົດໂອ​ໂຕ​ ຈູ​ລາຍ - ​ເຈື່ອງ​ຫາຍ. ​ເມື່ອ​ລາຍ​ງານ​ຕໍ່​ປະທານ​ສະພາ​ແຫ່ງ​ຊາດ, ທ່ານ ​ເຈີ່ນ​ບ໋າ​ເຢືອງ, ປະທານ​ສະພາ​ບໍລິຫານ​ບໍລິສັດຜະລິດ ​ໂອ​ໂຕ​ ​ເຈື່ອງ​ຫາຍ, ​ໃຫ້​ຮູ້​ວ່າ: ວິ​ສາ​ຫະກິດ​ສຸ້ຊົນກາຍ​ເປັນ​ກຸ່ມ​ບໍລິສັດ​ຫຼາຍ​ຂະ​ແໜງ, ​ໃນ​ນັ້ນ, ສຸມ​ໃສ່​ຕົ້ນຕໍ​​ເຂົ້າໃນ​ການ​ຜະລິດ, ​ແຈກ​ຢາຍ ​ແລະ ຂາຍຍ່ອຍ​ລົດ​ໂອ​ໂຕ. ​ເມື່ອ​ໂອ້​ລົມ​ກັບ​ການ​ນຳ​ບໍລິສັດ​ໂອ​ໂຕ​ເຈື່ອງຫາຍ, ທ່ານ​ ຫງວຽນ​ຊິງ​ຮູ່ງ ສະ​ເໜີ​ໃຫ້​ການ​ນຳ​ວິ​ສາ​ຫະກິດ​​ເອົາ​ໃຈ​ໃສ່​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄົນ​ງານ​ກ່ວາ​ອີກ, ​​ເອົາ​ໃຈ​ໃສ່​ເຖິງ​ວຽກ​ພັກ, ໝູ່​ຄະນະ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຖື​ວ່າ, ບໍລິສັດຜະລິດ​ລົດ ​ໂອ​​ໂຕ ​ເຈື່ອງ​ຫາຍ ຍັງ​ສຸມ​ໃສ່ຕົ້ນ​ຕໍ່​ເຖິງ​ວຽກ​ງານ ປະກອບ​ລົດ​ໂອ​ໂຕເທົ່າ​ນັ້ນ ຫາ​ກ​ບໍ່​ທັນ​ຜະລິດ​ເຄື່ອງ​ຈັກ​ເອງ​ໄດ້​ເທ່ືອ, ດັ່ງ​ນັ້ນ, ການ​ນຳ​ວິ​ສາ​ຫະກິດ​ຕ້ອງ​ເອົາ​ໃຈ​ໃສ່​​ເຖິງ​ການພັດທະນາ​ກົນ​ຈັກ ​ແລະ ບັນດາ​ຂະ​ແໜງ​ອຸດສາຫະກຳ​ສຳຮອງ,​ ​ເພີ່ມ​ອັດຕາສ່ວນ​ນຳ​ໃຊ້​ວັດ​ຖຸອຸປະກອນພາຍ​ໃນ​ປະ​ເທດ, ປະກອບສ່ວນ​ພັດທະນາ​ພື້ນຖານ​ອຸດສາຫະກຳຜະລິດ​ລົດ​ໂອ​​ໂຕ ຫວຽດນາມ.

 

ຂ່າວ/ບົດ​ອື່ນ