ປະທານສະພາແຫ່ງຊາດຫວຽດນາມຫງວຽນຊິງຮຸ່ງຢ້ຽມຢາມອາເມລິກາຢ່າງເປັນທາງການ

ປະທານສະພາແຫ່ງຊາດຫວຽດນາມຫງວຽນຊິງຮຸ່ງຢ້ຽມຢາມອາເມລິກາຢ່າງເປັນທາງການ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ແລະ ຄະນະ​
ຜູ້​ແທນ ​ ຢ້ຽມຢາມ​ເຂດ​ອະນຸສາວະລີ 11/9 ​
(ພາບ: TTXVN)

(vovworld) – ວັນ​ທີ 3/9 (ຕາມ​ເວລາ ຫວຽດນາມ), ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ສິ້ນ​ສຸດ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ບັນດາ​ປະທານ​ສະພາ​ແຫ່ງ​ຊາດ​ໂລກ​ຄັ້ງ​ທີ 4 ​ແລະ ​ເດີນທາງ​ໄປ Boston, ​ເລີ່​ມຕົ້ນ​ການ​ຢ້ຽມ​ຢາມ ​ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊິ​ນຂອງ​ທ່ານປະທານປະຈຳການ​ກິ​ຕິ​ມະ​ສັກສະພາສູງ ອາເມລິກາ Patrick Leahy; ທ່ານປະທານ​ສະພາ​ຕ່ຳ ອາ​ເມ​ລິ​ກາ John Boehner ​ແລະ ຄະນະ​ກຳມາ​ທິການວຽກ​ການ​ທະຫານ, ສະມາຊິກ​ສະພາ​ສູງ John McCain.

        ​ໃນ​ໄລຍະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ບັນດາ​ປະທານ​ສະພາ​ແຫ່ງ​ຊາດ​ໂລກ​ຄັ້ງ​ທີ 4, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ​ແລະ ຄະນະ​ຜູ້​ແທນ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ວາລະ​ປະຊຸມ; ມີ​ບົດ​ກ່າວ​ປາ​ໄສ​ສຳຄັນ, ຢືນຢັນ​ການ​ເຂົ້າ​ຮ່ວມ​ຕັ້ງໜ້າ ​ແລະ ມີ​ຄວາມຮັບ​ຜິດ​ຊອບ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໃນ​ວິວັດທະນາ​ການ​ປະຕິບັດ​ບັນດາ​ຄາດໝາຍ​ພັດທະນາ​ຢ່າງໝັ້ນຄົງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ກໍ​ເຂົ້າ​ຮ່ວມວາລະ​ປຶກສາ​ຫາລື​ຮ່ວມ ດ້ວຍ​ຫົວ​ຂໍ້: “ປະຊາທິປະ​ໄຕ​ເພື່ອ​ສັນຕິພາບ ​ແລະ ພັດທະນາຢ່າງ​ໝັ້ນຄົງ: ສ້າງ​ໂລກ​ຕາມ​ຄວາມມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ”.

        ທີ່​ນອກ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ມີ​ບັນດາ​ການ​ພົບ​ປະ 2 ຝ່າຍ​ກັບ​ບາງ​ຫົວໜ້າ​ຄະນະ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ; ການ​ນຳ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ປະຊາ​ຊາດ; ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ພະນັກ​ງານຄະນະ​ຜູ້​ແທນ ຫວຽດນາມ ​ປະຈຳ ສະຫະປະຊາ​ຊາດ; ພົບ​ປະກັບ​ປະທານ​ລັດຖະສະພາ​ລະຫວ່າງ​ຊາດ​ໂລກ. ພິ​ເສດ, ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ຂະໜາ​ດ​ໃຫຍ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ເປັນ​ເຈົ້າພາບ​ຈັດ​ງານ​​ລ້ຽງ​ສາກົນ ສະ​ເຫຼີ​ມສະຫຼອງ 70 ປີ​​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ 8 ​ແລະ ວັນຊາດທີ 2/9 ​ແລະ​ ໃນ​​ເວລາ​ຢູ່ ນິວຢອກ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ແລະ ຄະນະ​ຜູ້​ແທນ ​ໄດ້​ຢ້ຽມຢາມ​ຕະຫລາດ​ຫລັກ​ຊັບ ນິວຢອກ (​ ຖະໜົມ Wall ), ຢ້ຽມຢາມ​ເຂດ​ອະນຸສາວະລີ 11/9 ​ແລະ ສູນ​ການ​ຄ້າ​ໂລກ.

ຂ່າວ/ບົດ​ອື່ນ