ປະທານສະແຫ່ງຊາດ ຕ້ອນຮັບເລຂາທິການສະຫະພັນແມ່ຍິງ ກຸຍບາ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຕີລາຄາສູງບົດບາດ, ການເຄື່ອນໄຫວຂອງສະຫະພັນແມ່ຍິງ ກຸຍບາ ແລະ ທ່ານນາງ Teresa Amarelle Boué ເອງ ໃນການຊຸກຍູ້ປະຕິບັດຄວາມສະເໝີພາບລະຫວ່າງຍິງ - ຊາຍ
ປະທານສະແຫ່ງຊາດ ຕ້ອນຮັບເລຂາທິການສະຫະພັນແມ່ຍິງ ກຸຍບາ - ảnh 1(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບທ່ານນາງ Teresa Amarelle Boué, ສະມາຊິກສະພາແຫ່ງລັດ ກຸຍບາ)

       ຕອນບ່າຍວັນທີ 12 ພຶດສະພາ, ຢູ່ ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ຕ້ອນຮັບທ່ານນາງ Teresa Amarelle Boué, ສະມາຊິກສະພາແຫ່ງລັດ ກຸຍບາ, ເລຂາທິການສະຫະພັນແມ່ຍິງ ກຸຍບາ, ພວມນຳໜ້າຄະນະຜູ້ແທນສະຫະພັນແມ່ຍິງ ກຸຍບາ ມາຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຕີລາຄາສູງບົດບາດ, ການເຄື່ອນໄຫວຂອງສະຫະພັນແມ່ຍິງ ກຸຍບາ ແລະ ທ່ານນາງ Teresa Amarelle Boué ເອງ ໃນການຊຸກຍູ້ປະຕິບັດຄວາມສະເໝີພາບລະຫວ່າງຍິງ - ຊາຍ, ຮັບປະກັນສິດ, ຜົນປະໂຫຍດຂອງແມ່ຍິງ ກຸຍບາ ໃນການດຳເນີນຊີວິດດ້ານການເມືອງ, ເສດຖະກິດ - ສັງຄົມ. ພ້ອມທັງຖືວ່າ, ໃນໄລຍະປະຈຸບັນ, ເລືື່ອງເພີ່ມທະວີການພົວພັນມິດຕະພາບຮ່ວມມື, ແລກປ່ຽນບົດຮຽນ, ຮ່ຳຮຽນເຊິ່ງກັນ ແລະ ກັນລະຫວ່າງແມ່ຍິງຂອງ 2 ປະເທດແມ່ນມີຄວາມໝາຍສຳຄັນຍິ່ງ.

        ສ່ວນທ່ານນາງ Teresa Amarelle Boué, ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ, ໂດຍສະເພາະແມ່ນທາງດ້ານບົດຮຽນ, ປະສົບການ, ການເຄື່ອນໄຫວຕົວຈິງ ເພື່ອສ້າງເງື່ອນໄຂໃຫ້ແມ່ຍິງເຂົ້າຮ່ວມບັນດາການເຄື່ອນໄຫວເສດຖະກິດໃຫ້ຫຼາຍກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ