ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ ມາ​ຮອດ​ຮ່າ​ໂນ້ຍ ເລີ່ມ​ຕົ້ນ​ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ

(VOVWORLD) - ທ່ານປະທານາທິບໍດີ ສາທາລະນະລັດ ຟີລິບປິນ Ferdinand Romualdez Marcos Jr ແລະ ພັນລະຍາ ໄດ້ຢ້ຽມຢາມທັງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 29 – 30 ມັງກອນ.
ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ ມາ​ຮອດ​ຮ່າ​ໂນ້ຍ ເລີ່ມ​ຕົ້ນ​ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ - ảnh 1ທ່ານປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos Jr ແລະ ພັນລະຍາ ໄດ້ມາຮອດຮ່າໂນ້ຍໃນວັນທີ 29ມັງກອນ

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ, ທ່ານປະທານາທິບໍດີ ສາທາລະນະລັດ ຟີລິບປິນ Ferdinand Romualdez Marcos Jr ແລະ ພັນລະຍາ ໄດ້ມາຮອດຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 29 – 30 ມັງກອນ.

ການຢ້ຽມຢາມດັ່ງກ່າວແມ່ນເພື່ອແນໃສ່ຢັ້ງຢືນຄືນສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢູ່ຂັ້ນສູງສຸດ, ສ້າງແຮງກະຕຸ້ນຊຸກຍູ້ການຮ່ວມມືສອງຝ່າຍໃນບັນດາຂົງເຂດ, ຜ່ານທຸກຊ່ອງທາງພັກ, ລັນຖະບານ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນ, ກ່ອນການສະເຫຼີມສະຫຼອງບັນດາຂີດໝາຍໃຫຍ່ຂອງການພົວພັນສອງປະເທດ, ເຊັ່ນ: ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຄົບຮອບ 10 ປີ ໃນປີ 2025 ແລະ ວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 50 ປີ ໃນປີ 2026.


ຕອບກັບ

ຂ່າວ/ບົດ​ອື່ນ