ປະທານາທິບໍດີ ລັດເຊຍ Putin ສົ່ງເອກະສານເຖິງຄະນະກຳມະການເລືອກຕັ້ງສູນກາງ ຈົດທະບຽນອອກສະໝັກເລືອກຕັ້ງເປັນປະທານາທິບໍດີ

(VOVWORLD) - ການເລືອກຕັ້ງປະທານາທິບໍດີ ສະຫະພັນລັດເຊຍ ຈະຈັດຂຶ້ນໃນລະຫວ່າງວັນທີ 15 – 17 ມີນາ 2024. ນີ້ຈະແມ່ນການເລືອກຕັ້ງຄັ້ງໃຫຍ່ແກ່ຍາວເປັນເວລາ 3 ວັນ ຄັ້ງທຳອິດຢູ່ ສະຫະພັນລັດເຊຍ.
ປະທານາທິບໍດີ ລັດເຊຍ Putin ສົ່ງເອກະສານເຖິງຄະນະກຳມະການເລືອກຕັ້ງສູນກາງ ຈົດທະບຽນອອກສະໝັກເລືອກຕັ້ງເປັນປະທານາທິບໍດີ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin
(ພາບ:TASS)

ວັນທີ 18 ທັນວາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສົ່ງເອກະສານເຖິງຄະນະກຳມະການເລືອກຕັ້ງ ສູນກາງ ເພື່ອຈົດທະບຽນອອກສະໝັກຮັບເລືອກຕັ້ງເປັນປະທານາທິບໍດີ. ຄະນະກຳມະການເລືອກຕັ້ງສູນກາງໄດ້ຮັບສຳເນົາເອກະສານ ແລະ ທ່ານກາຍເປັນຜູ້ທຳອິດທີ່ສົ່ງສຳເນົາເອກະສານ ດ້ວຍຖານະເປັນຜູ້ອອກສະໝັກເລືອກຕັ້ງເອກະລາດ. ຕາມກົດໝາຍສະຫະພັນລັດເຊຍ, ຄະນະກຳມະການເລືອກຕັ້ງສູນກາງ ມີເວລາ 5 ວັນເພື່ອພິຈາລະນາເອກະສານຂອງຜູ້ອອກສະໝັກ. ພາຍຫຼັງມີຂໍ້ຕົກລົງຈາກຄະນະກຳມະການເລືອກຕັ້ງ, ທ່ານ Putin ຈະເລີ່ມດຳເນີນຂັ້ນຕອນເອົາລາຍເຊັນສະໜັບສະໜູນ. ຢ່າງຫນ້ອຍສຸດຕ້ອງການມີ 300 ລາຍເຊັນ ແລະ ສົ່ງໃຫ້ຄະນະກຳມະການເລືອກຕັ້ງສູນກາງ ກ່ອນວັນທີ 31 ມັງກອນ 2024.

        ການເລືອກຕັ້ງປະທານາທິບໍດີ ສະຫະພັນລັດເຊຍ ຈະຈັດຂຶ້ນໃນລະຫວ່າງວັນທີ 15 – 17 ມີນາ 2024. ນີ້ຈະແມ່ນການເລືອກຕັ້ງຄັ້ງໃຫຍ່ແກ່ຍາວເປັນເວລາ 3 ວັນ ຄັ້ງທຳອິດຢູ່ ສະຫະພັນລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ