ປະທານາທິບໍດີ ອາເມລິກາ ພ້ອມແລ້ວທີ່ຈະພົບປະຄືນໃໝ່ກັບການນຳ ສປປ.ເກົາຫຼີ

(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ Donald Trump ພວມຊັ່ງຊາກໍລະນີຈັດຕັ້ງກອງປະຊຸມສຸດຍອດຄັ້ງທີ 3 ກັບການນຳ ສປປ.ເກົາຫຼີ Kim Jong-un
ປະທານາທິບໍດີ ອາເມລິກາ ພ້ອມແລ້ວທີ່ຈະພົບປະຄືນໃໝ່ກັບການນຳ ສປປ.ເກົາຫຼີ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump ພົບປະກັບການນຳ ສປປ.ເກົາຫຼີ Kim Jong-un ຢູ່ ຮ່າໂນ້ຍ (ພາບ: TTXVN)

ວັນທີ 10 ມີນາ, ທ່ານ John Bolton ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ອາເມລິກາ Donald Trump ພວມຊັ່ງຊາກໍລະນີຈັດຕັ້ງກອງປະຊຸມສຸດຍອດຄັ້ງທີ 3 ກັບການນຳ ສປປ.ເກົາຫຼີ Kim Jong-un, ແຕ່ຍັງບໍ່ທັນກຳນົດວັນເວລາເທື່ອ.

        ທ່ານ John Bolton ເວົ້າວ່າ: ອາເມລິກາ ບໍ່ລະເມີເຟີ້ຝັນກ່ຽວກັບບັນດາກຳລັງຄວາມສາມາດຂອງ ສປປ.ເກົາຫຼີ, ແຕ່ທ່ານປະທານາທິບໍດີ Donald Trump ຍັງເຊື່ອໝັ້ນຕໍ່ການພົວພັນລະຫວ່າງທ່ານກັບການນຳ Kim Jong-un. ຕາມທ່ານ John Bolton ແລ້ວ, ທ່ານປະທານາທິບໍດີ Donald Trump ພ້ອມແລ້ວທີ່ຈະເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 3 ຍ້ອນວ່າ ທ່ານ Donald Trump ຖືວ່າ: ແງ່ຫວັງສ້າງແຫຼມ ເກົາຫຼີ ປອດນິວເຄຼຍ ບໍ່ແມ່ນສິ່ງທຳມະດາ

ຕອບກັບ

ຂ່າວ/ບົດ​ອື່ນ