ປະທານາທິບໍດີຄົນໃໝ່ຂອງອິດສະຣາແອນ ສາບານຕົວເຂົ້າດຳລົງຕຳແໜ່ງ

 ປະທານາທິບໍດີຄົນໃໝ່ຂອງອິດສະຣາແອນ ສາບານຕົວເຂົ້າດຳລົງຕຳແໜ່ງ - ảnh 1
ປະທານາທິບໍດີ​ຄົນ​ໃໝ່ ຂອງ​ອິດສະຣາ​ແອນ ທ່ານ Reuven Rivlin 

(vovworld)- ວັນ​ທີ 24/7, ທ່ານ Reuven Rivlin ສະມາຊິກ​ພັກ Likud ອຽງ​ຂວາ​ກຳ​ອຳນາດ ​ໄດ້​ສາບານ​ຕົວ​ເຂົ້າ​ດຳລົງ​ຕຳ​ແໜ່​ງປະທານາທິບໍດີ​ຄົນທີ 10 ຂອງ​ອິດສະຣາ​ແອນ. ທີ່​ພິທີ ສາບານ​ຕົວ​ເຂົ້າ​ດຳລົງ​ຕຳ​ແໜ່​ງປະທານາທິບໍດີ​ຢູ່​ສະພາ​ແຫ່ງ​ຊາດ, ປະທານາທິບໍດີ​ຄົນ​ໃໝ່ ທ່ານ Reuven Rivlin ​ໄດ້​ໝັ້ນ​ໝາຍ​ຈະ​ເຮັດ​ຫຼ້ອນ​ໜ້າ​ທີ່​ຊອ່ງ​ໄດ້​ຮັບ​ມອບ​ໝາຍ, ພ້ອມ​ທັງ​ມີ​ຄຳ​ຖະ​ແຫຼ​ງທີ່​ແຂງ​ແກ່ນ​ແນ​ໃສ​່ກຸ່ມ​ຮາ​ມາດ, ກ່າວ​ຫາ​ກຸ່ມ​ນີ້ດຳ​ເນີນ​ການ​ກໍ່​ການ​ຮ້າຍ ​ແລະ ​ໃຊ້​ສາມັນ​ຊົນ​ເປັນ​​ແຜ່ນກຳ​ບັງ. ທ່ານ Reuven Rivlin ​ໄດ້​ຖືກ​ສະພາ​ແຫ່ງ​ຊາດ​ອິດສະຣາ​ແອນເລືອກ​ຕັ້ງ ​ເປັນປະທານາທິບໍດີ​ຄົນ​ທີ່ 10ຂອງ​ປະ​ເທດ​ນີ້ ​ໃນ​ການ​ປ່ອນ​ບັດ​ເມື່ອ​ວັນ​ທີ່ 10/6 ດ້ວຍ​ອັດຕາ​ບັດ​ສະໜັບສະໜູນ 63/120.

ຂ່າວ/ບົດ​ອື່ນ