ປະທານາທິບໍດີອາເມລິກາ D.Trump ເລີ່ມບັ້ນເຄື່ອນໄຫວຫາສຽງເລືອກຕັ້ງ ປະທານາທິບໍດີຄືນໃໝ່ປີ 2020

(VOVWORLD) -ວັນທີ 18 ມິຖຸນາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ເລີ່ມດຳເນີນບັ້ນເຄື່ອນໄຫວຫາສຽງເລືອກຕັ້ງດຳລົງຕຳແໜ່ງປະທານາທິບໍດີຄືນໃໝ່ປີ 2020 ຢູ່ສະໜາມກິລາຂອງນະຄອນ Orlando, ລັດ Florida. ເຫດການດັ່ງກ່າວໄດ້ດຶງດູດຜູ້ສະໜັບສະໜູນທ່ານເຂົ້າຮ່ວມ 20.000 ຄົນ.

ກ່າວຄຳເຫັນຕໍ່ໜ້າບັນດາຜູ້ສະໜັບສະໜູນ, ທ່ານປະທານາທິບໍດີອາເມລິກາ D.Trump ສືບຕໍ່ຍົກອອກຄຳໝັ້ນສັນຍາວ່າ ຈະສືບຕໍ່ສ້າງພື້ນຖານເພື່ອສ້າງປະເທດອາເມລິກາ ໃຫ້ເຕີບໃຫຍ່, ເຂັ້ມແຂງກວ່າອີກ.

        ຕໍ່ໜ້າເຫດການດັ່ງກ່າວ, ທ່ານ D.Trump ໄດ້ຍົກອອກຖະແຫຼງການຫຼາຍຢ່າງທີ່ສະແດງໃຫ້ເຫັນທັດສະນະສະໜັບສະໜູນລັດທິຊົນຊາດ ແລະ ປະຊານິຍົມຂອງຕົນ. ໃນຖະແຫຼງການທີ່ຍົກອອກຕອນເຊົ້າວັນທີ 18 ມິຖຸນາ, ທ່ານ D.Trump ໄດ້ຕຳໜິຕິຕຽນສະຫະພາບເອີລົບ ກ່ຽວກັບອັນທີ່ທ່ານເອີ້ນວ່າຄອບງຳເງິນຕາ ອັນໄດ້ພາໃຫ້ດ້ານການຄ້າໄປເຖິງສະພາບຂາດຄວາມສະເໝີພາບລະຫວ່າງອາເມລິກາ ແລະ ບັນດາປະເທດຄູ່ຮ່ວມມືເອີລົບ. ບັນຫາຊາວອົບພະຍົບອາດຈະສືບຕໍ່ແມ່ນຈຸດສຸມຕົ້ນຕໍໃນນະໂຍບາຍຂອງການນຳອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ