ປະທານາທິບໍດີອາເມລິກາຢັ້ງຢືນການຢ້ຽມຢາມຂອງທ່ານເຖິງHiroshimaສະແດງໃຫ້ເຫັນໄພອັນຕະລາຍຂອງສົງຄາມ

ປະທານາທິບໍດີອາເມລິກາຢັ້ງຢືນການຢ້ຽມຢາມຂອງທ່ານເຖິງHiroshimaສະແດງໃຫ້ເຫັນໄພອັນຕະລາຍຂອງສົງຄາມ - ảnh 1
ທ່ານ​ປະທານາທິບ​ໍດີ ອາ​ເມ​ລິ​ກາ Barack Obama
(ພາບ: Csmonitor)

(vovworld) – ທ່ານ​ປະທານາທິບ​ໍດີ ອາ​ເມ​ລິ​ກາ Barack Obama ຖະ​ແຫຼ​ງວ່າ: ການ​ຢ້ຽມຢາມ​ຄັ້ງ​ປະຫວັດສາດ​​ຂອງ​ທ່າ​ນ​ເຖິງ​ນະຄອນ Hiroshima ຂອງ ຍີ່ປຸ່ນ ຈະ​ມາ​ເຖິງສະ​ແດງ​ໃຫ້​ເຫັນ​ບັນດາ​ໄພ​ອັນຕະລາຍ​ຂອງ​ສົງຄາມ ​ແລະ ຄວາມ​ຈຳ​ເປັນ​ຕ້ອງ​ຮ່ວມ​ມື​ມຸ່ງ​ໄປ​ເຖິງ​ສັນຕິພາບ. ຂໍ້​ສັງ​ເກ​ດດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ​ໃນ​ວັນ​ທີ 26/5, ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ປະ​ເທດ​ອຸດສາຫະກຳ​ພັດທະນາ (G7) ຢູ່​ນະຄອນ Ise – Shima, ປະ​ເທດ ຍີ່ປຸ່ນ ກ່ອນ​ການ​ຢ້ຽມຢາມ​ຄັ້ງ​ປະຫວັດສາດ​ດັ່ງກ່າວ​ພຽງ​ໜຶ່ງ​ວັນ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ການ​ນຳ ອາ​ເມ​ລິ​ກາ ​ໄດ້​ເນັ້ນ​ໜັກວ່າເລື່ອງ​ກອງທັບ ອາ​ເມ​ລິ​ກາ ຖິ້ມ​ລະ​ເບີດ​ປະລະມາ​ນູລົງນະຄອນ Hiroshima ​ໃນ​ວັນ​ທີ 6/8/1945 ​ແມ່ນ​ເຫດການທີ່​ເກີດ​ຂຶ້ນ​ໃນ​ປະ​ຫວັດ​ສາດ​​ໂລກ. ​ເຖິງ​ວ່າ​ໄດ້​ເກີດ​ຂຶ້ນມາ​ແຕ່​ດົນ​ແລ້ວ​ກໍ່ຕາມ, ​ແຕ່​ຕາມ​ທ່ານ Obama​ ແລ້ວ, ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກເຫດການ​ຢູ່ Hiroshima ​ຍັງ​ຄົງ​ຝັງ​ເລິກໃນ​ຄວາມ​ສຳນຶກ​ຂອງ​ມວນມະນຸດ​​ປະຈຸ​ບັນ. ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ ຢັ້ງຢືນ​ການ​ຢ້ຽມຢາມ​ຂອງ​ທ່ານ​​ເຖິງ Hiroshima ຈະສະ​ແດງ​ໃຫ​້​ເຫັນ​ໄພ​ນາບ​ຂູ່​​ຢ່າງແທ​້ຈິງ ​ແລະ ຄວາມ​ຮີບ​ດ່ວນ​​ເຊິ່ງ​ໂລກ​ຕ້ອງປະ​ເຊີນ​ໜ້າ. ພ້ອມ​ນັ້ນ, ທ່ານ​ກໍ່​ໃຫ້​ຮູ້ຕື່ມ​ອີກ​ວ່າ: ການ​ກະທຳ​ນີ້​ກໍ່​​ເພື່ອ​ແນ​ໃສ່​ຢັ້ງຢືນ​ວິ​ໄສ​ທັດ​ລວມກ່ຽວ​ກັບ​ໂລກ​ແຫ່ງ​ປອດ​ອາວຸດ​ນິວ​ເຄຼຍ.


ຂ່າວ/ບົດ​ອື່ນ