ປະທານແນວໂຮມປະເທດຊາດຫວຽດນາມ ເຈລະຈາ ກັບ ຮອງປະທານສະພາສະຫະພັນລັດເຊຍ, ປະທານພັກ ກອມມູນິດ ລັດເຊຍ

(VOVWORLD) - ໃນຂອບເຂດການຢ້ຽມຢາມສະຫະພັນ ລັດເຊຍ, ຄະນະຜູ້ແທນຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ, ໂດຍທ່ານ ເຈິ່ນແທງເໝິນ ເລຂາສູນກາງພັກ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ນໍາໜ້າ, ໄດ້ມີການພົບປະ ແລະ ເຈລະຈາ ກັບທ່ານ  Iliyas Umakhanov ປະທານສະພາສະຫະພັນລັດເຊຍ(ສະພາສູງ) ແລະ ທ່ານ Gennady Zyuganov ປະທານພັກກອມມູນິດສະຫະພັນລັດເຊຍ.

 ວັນທີ 24 ກັນຍາ, ທີ່ການເຈລະຈາລະຫວ່າງ ທ່ານ ເຈິ່ນແທງເໝິນ ແລະ ທ່ານ Iliyas Umakhanov, ສອງຝ່າຍໄດ້ປຶກສາຫາລືຫຼາຍເນື້ອໃນສໍາຄັນ ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນທຸກຂົງເຂດ ລະຫວ່າງສອງປະເທດ; ເຫັນດີເປັນເອກະພາບ ຊອກວິທີຍົກວົງເງິນການຄ້າສອງຝ່າຍ ໃຫ້ຂຶ້ນເຖິງ 10 ຕື້ USD ໃນປີ 2020; ສ້າງເງື່ອນໄຂສະດວກ ໃຫ້ສິນຄ້າຫວຽດນາມ ແລະ ລັດເຊຍ ສົ່ງອອກໄປຍັງຕະຫຼາດຂອງກັນແລະກັນ.

        ທີ່ການພົບປະ ແລະ ເຈລະຈາ ລະຫວ່າງ ທ່ານ ເຈິນແທງເໝິນ ແລະ ທ່ານ  Gennady Zyuganov ໃນວັນດຽວກັນ, ສອງທ່ານ ຕ່າງກໍຢັ້ງຢືນວ່າ ການພົວພັນລະຫວ່າງສອງພັກ ມີ ຄວາມໝາຍສໍາຄັນໃນການພົວພັນລະຫວ່າງ ຫວຽດນາມ - ລັດເຊຍ ໂດຍລວມ ແລະ ແມ່ນພື້ນຖານການເມືອງ ເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດພັດທະນາດີກວ່າເກົ່າ.

 ຄະນະຜູ້ແທນ ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດຍ ທ່ານ ເຈິ່ນແທງເໝິນ ນໍາໜ້າ ໄດ້ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກ ຢູ່ ສະຫະພັນລັດເຊຍ ຢ່າງຈົບງາມ ແລະ ເດີນທາງໄປ ຢ້ຽມຢາມ, ເຮັດວຽກຢູ່ ກູບາ.

ຕອບກັບ

ຂ່າວ/ບົດ​ອື່ນ