ຜູ້ຊ່ວຍວຽກລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາຢ້ຽມຢາມ3ປະເທດອາຊີຕາເວັນອອກສ່ຽງເໜືອແລະຫວຽດນາມ

ຜູ້ຊ່ວຍວຽກລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາຢ້ຽມຢາມ3ປະເທດອາຊີຕາເວັນອອກສ່ຽງເໜືອແລະຫວຽດນາມ - ảnh 1
(ພາບປະກອບ: spacenews.com)

​(vovworld) - ວັນ​ທີ 02/07, ຫ້ອງການ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ໄດ້​ອອກ​​ແຈ້ງ​ການ​ໃຫ້​ຮູ້​ວ່າ, ຜູ້​ຊ່ວຍວຽກ​ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມລິ​ກາ ຮັບ​ຜິ​ດຊອບ​ການ​ເຄົາລົບ, ສຳ​ຫຼວດກວດກາ ​ແລະ ຄອບ​ຄຸ້ມ​ອາ​ວຸດ Frank Rose ​ຈະ​​ໄປ​ປະຕິບັດ​ງານ​ເຖິງ 4 ປະ​ເທດ​ອາຊີ ລວມມີ: ຈີນ, ສ.​ເກົາ​ຫຼີ, ຫວຽດນາມ ​ແລະ ຍີ່ປຸ່ນ ​​ເປັນ​ເວລາ 12 ວັນ. ​ເລີ່​ມ​ແຕ່​ວັນ​ທີ 05/07. ຈຸດປະສົງ​ຂອງ​ການ​ຢ້ຽມຢາມ ​ແມ່ນ​ເພື່ອ​ປຶກສາ​ຫາລື​ກັບ​​ວົງ​ການ​ທີ່​ມີສ່ວນ​ກ່ຽວຂ້ອງ ຂອງ​ບັນດາ​ປະ​ເທດກ່ຽວ​ກັບ​ຂົງ​ເຂດ​ຄວາມ​ປອດ​ໄພ​ອາ​ວະ​ກາດ, ປ້ອງ​ກັນ​ລູກ​ສອນ​ໄຟ, ຄວບ​ຄຸ້ມ​ອາວຸດ ​ແລະ ບັນດາ​ຫົວ​ຂໍ້​ກ່ຽວ​ກັບ​ການ​ປ້ອງ​ກັນຄວາມ​ສະຫງົບ 2 ຝ່າ​ຍ ​ແລະ ຫຼາຍ​ຝ່າຍ. ທ່ານ Frank Rose ຈະ​​ໄປຢ້ຽມຢາມ​ປັກ​ກິ​ງ​ ແຕ່​ວັນ​ທີ 06 – 09/07, ຢ້ຽມຢາມ​ສ.​ເກົາຫຼີ ​ແຕ່​ວັນ​ທີ 09 – 10/07, ຢ້ຽມຢາມ​ຫວຽດນາມ ​​ແຕ່​ວັນ​ທີ 13 – 14/07, ສຸດ​ທ້າ​ຍ​ແມ່ນ​ຢ້ຽມຢາມ​ຍີ່ປຸ່ນ.

ຂ່າວ/ບົດ​ອື່ນ