ຜູ້ຊ່ຽວຊານເຢຍລະມັນຕີລາຄາສູງບົດກ່າວປາໄສກ່ຽວກັບທະເລຕາເວັນອອກຂອງນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງ

ຜູ້ຊ່ຽວຊານເຢຍລະມັນຕີລາຄາສູງບົດກ່າວປາໄສກ່ຽວກັບທະເລຕາເວັນອອກຂອງນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງ - ảnh 1
ດຣ Gerhard Will
(ພາບ: Mạnh Hùng-Đức Chung/Vietnam+)

(vovworld) - ​ໃນ​ການ​ຢ້ຽມຢາມ ສ.ສະຫະພັນ ​ເຢຍລະ​ມັນ ​ຜ່ານ​ມາ, ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ມີ​ບົດ​ກ່າວ​ປາ​ໄສ​ທີ່​ສຳຄັນ​ຢູ່​ແບກ​ລິນ ກ່ຽວ​ກັບ​ບັນດາ​ການ​ທ້າ​ທາຍ​ເຖິງ​ຄວາມ​ໝັ້ນຄົງ​ຢູ່​ອາຊີ​ ຕໍ່ໜ້າ ສະມາຊິກ​ສະພາ​ແຫ່ງ​ຊາດ, ນັກ​ຊ່ຽວຊານ, ນັກຮຽນ​ຮູ້​ເຢຍລະ​ມັນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ຫວຽດນາມ​ ປະຈຳ​ເຢຍລະ​ມັນ, ກ່ຽວ​ກັບ​ການ​ຕີ​ລາຄາ​​ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ ນາຍົກລັດຖະມົນຕີຫງວຽນ​ເຕິ໋ນຢຸງ ທີ່​ກ່ຽວຂ້ອງ​ເຖິງ​ສະພາບ​ທະ​ເລ​ຕາ​ເວັນ​ອອກ. ດຣ Gerhard Will, ນັກ​ຊ່ຽວຊານ​ດ້ານ​ການ​ເມືອງ​ສາກົນ​ຂອງ​ເຢຍລະ​ມັນ, ຢືນຢັນ​ວ່າ, ທັດສະນະ​ຂອງ​ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ແມ່ນ​ເໝາະ​ສົມ​ກັບ​ແຜນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ເຢຍລະ​ມັນ ​ແລະ ​ເອີ​ລົບ, ​ນັ້ນ​ແມ່ນ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ສັນຕິ​ວິທີ, ຫຼາຍ​ຝ່າຍ ​ແລະ ​ເຄົາລົບ​ກົດໝາຍ​ສາກົນ. ຕາມ ດຣ Gerhard Will ​ແລ້ວ, ລັດຖະບານ​ເຢຍລະ​ມັນ ​ແລະ ສະຫະພາບ​ເອີ​ລົບ (EU) ອາດ​ຈະ​ນຳ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ເຂົ້າ​ໃນ​ລາຍການ​ດຳ​ເນີນ​ງານ​ຂອງ​ເວທີ​ປາ​ໄສ​ສາກົນ ຫຼື​ກົນ​ໄກ​ຮ່ວມ​ມື​ຫຼາຍ​ຝ່າຍ, ຄື​ດັ່ງ​ເຂົາ​ເຈົ້າ​ໄດ້​ເຕື້ອງ​ເຖິງ​ຢູ່​ກອງ​ປະຊຸມ​ສຸດ​ຍອດ ASEM ຄັ້ງ​ທີ 10 ທີ່​ຫາ​ກໍ່​ດຳ​ເນີນ​ຢູ່​ມີ​ລານ, ອີ​ຕາ​ລີ; ພ້ອມ​ທັງ​ມີ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ຫົວ​ເລື່ອງ​ນີ້​ຢູ່​ເວທີ​ປາ​ໄສ​ອື່ນໆ​ໃນ​ໄລຍະ​ຈະ​ມາ​ເຖິງ. ລັດຖະບານ​ເຢຍລະ​ມັນ ​ແລະ EU ອາດ​ຈະ​ສະໜັບສະໜູນ​ບັນດາ​ມາດ​ຕະການ​ລະອຽດ, ​ເຊິ່ງຫວຽດນາມ ​ແລະ ​ບັນດາ​ປະ​ເທດ​ອາ​ຊຽນອື່ນ​ໄດ້​ຍົກ​ອອກ​ມາ​, ທີ່​ກ່ຽວຂ້ອງ​ເຖິງ​ສະພາບ​ການ​ຢູ່ທະ​ເລ​ຕາ​ເວັນ​ອອກ


ຂ່າວ/ບົດ​ອື່ນ