ຜັນຂະຫຍາຍຊອບແວຈົດທະບຽນ ແລະ ຄຸ້ມຄອງຂໍ້ມູນກ່ຽວກັບຄົນພິການ ແລະ ຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກ

(VOVWORLD) - ມາຮອດປັດຈຸບັນ, ທົ່ວປະເທດມີຄົນພິການ 75.000 ຄົນໄດ້ຈົດທະບຽນຜ່ານຊອບແວຄຸ້ມຄອງຂໍ້ມູນກ່ຽວກັບຄົນພິການ ແລະ ຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກຢູ່ແຂວງ ກວາງບີງ ແລະ ບີງດິ້ງ, ໃນນັ້ນ ມີຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກກ່ວາ 12%.
ຜັນຂະຫຍາຍຊອບແວຈົດທະບຽນ ແລະ ຄຸ້ມຄອງຂໍ້ມູນກ່ຽວກັບຄົນພິການ ແລະ ຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກ - ảnh 1 ຜັນຂະຫຍາຍຊອບແວຈົດທະບຽນ ແລະ ຄຸ້ມຄອງຂໍ້ມູນກ່ຽວກັບຄົນພິການ ແລະ ຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກ (ພາບ: baovanhoa.vn)

        ອີງໃສ່ການສົມທົບລະຫວ່າງສູນສາກົນ, ບໍລິສັດຊອບແວ ຈີ໊ນາມ ແລະ ກົມອຸປະກະລະສັງຄົມ (ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ), ຊອບແວຈົດທະບຽນ ແລະ ຄຸ້ມຄອງຂໍ້ມູນກ່ຽວກັບຄົນພິການ ແລະ ຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກໄດ້ຮັບການຜັນຂະຫຍາຍຢູ່ 318 ຕາແສງ ທີ່ຂຶ້ນກັບແຂວງ ກວາງບີງ ແລະ ແຂວງ ບີງດິ້ງ ນັບແຕ່ເດືອນ ພຶດສະພາ ຫາເດືອນ ກັນຍາ ປີ 2019. ທ່ານ ເຈິ່ນແກງຕຸ່ງ, ຫົວໜ້າພະແນກວຽກງານສັງຄົມ, ກົມອຸປະກະລະສັງຄົມ (ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ) ໃຫ້ຮູ້ວ່າ:

        “ກ່ຽວກັບແຜນການໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະສືບຕໍ່ຄົ້ນຄວ້າ, ສ້າງກອບກົດໝາຍ, ນະໂຍບາຍໃນການໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກ ແລະ ຄົນພິການໃຫ້ສຳເລັດ. ໜູນຊ່ວຍສະໜອງການບໍລິການສາທາລະນະສຸກ ແລະ ຟື້ນຟູສະມັດຕະພາບກ່ຽວກັບວຽກງານສັງຄົມ ບົນພື້ນຖານກວດກາຄືນໃໝ່, ເກັບກຳເອົາຂໍ້ມູນຂ່າວ. ສືບຕໍ່ຍົກສູງກຳລັງຄວາມສາມາດໃຫ້ແກ່ຖັນແຖວພະນັກງານ, ພາລະກອນ, ຜູ້ຮ່ວມງານກ່ຽວກັບວຽກງານສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ