ຜັນຂະຫຍາຍໜ້າທີ່ສົກຮຽນ2015-2016ຂອງນັກຮຽນ,ນັກສຶກສາລາວຢູ່ຫວຽດນາມ

ຜັນຂະຫຍາຍໜ້າທີ່ສົກຮຽນ2015-2016ຂອງນັກຮຽນ,ນັກສຶກສາລາວຢູ່ຫວຽດນາມ - ảnh 1
ນັກສຶກສາ ລາວ

(vovworld) –  ວັນ​ທີ 26/2, ຢູ່​ນະຄອນ ​ເຫ້ວ, ສະຖານ​ທູດ ສປປ ລາວ ປະຈຳ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ​ສົກຮຽນ 2014 – 2015, ຜັນ​ຂະຫຍາຍ​ໜ້າ​ທີ່​ສົກຮຽນ 2015 – 2016. ຕີ​ລາຄາ​ສະພາບ​ການ, ຜົນງານ​ການ​ຮຳ່ຮຽນ ​ແລະ ຄົ້ນ​ຄ້ວາ​ຂອງ​ບັນດາ​ນັກຮຽນ, ນັກ​ສຶກສາ ລາວ ຢູ່ ຫວຽດນາມ, ຜູ້ຕາງໜ້າ​ສະຖານທູດ ລາວ ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ: ສົກຮຽນ 2015 – 2016, ຍອດ​ຈຳນວນ​ນັກຮຽນ, ນັກ​ສຶກສາ​ຮຳ່ຮຽນ​ຢູ່ ຫວຽດນາມ ​ແມ່ນ 12.187 ຄົນ. ນັກຮຽນ, ນັກ​ສຶກສາລາ​ວ ສ່ວນ​ຫຼາຍ​ມີ​ທັດສະນະ​ດ້ານ​ການ​ເມືອງ, ​ແນວ​ຄິດ​ໝັ້ນຄົງ, ປະຕິບັດ​​ແນວທາງ, ນະ​ໂຍບາຍ ​ແລະ ກົດໝາຍ​ຂອງ​ພັກ, ລັດ, ປະຕິບັດ​ຂໍ້​ກຳນົດ​ຂອງ​ໂຮງຮຽນ… ​ເພື່ອ​ປະຕິບັດ​ໜ້າ​ທີ່​ໃນ​ສົກຮຽນ 2015 – 2016 ​ເປັນ​ຢ່າງ​ດີ, ສະຖານທູດ 2 ປະ​ເທດ ສືບ​ຕໍ່​ສົມທົບ​ກັບ​ກະຊວງ​ສຶກສາທິການ ​ແລະ ກິລາ ​ລາວ ​ແລະ ກະຊວງ ສຶກສາ ​ແລະ ກໍ່​ສ້າງ ຫວຽດນາມ ຍູ້​ແຮງ​ການ​ປະຕິບັດ​ໂຄງການ “ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ການ​ຮ່ວມ​ມື ຫວຽດນາມ - ລາວ ​ໃນ​ຂົງ​ເຂດ​ສຶກສາ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ” ​ເຊິ່ງລັດຖະບານ ​ໄດ້​ມອບ​ໝາຍ​ໃຫ້​ກະຊວງ​ສຶກສາທິການ ລາວ ​ແລະ ຫວຽດນາມ ຜັນ​ຂະຫຍາຍ​ປະຕິບັດ.


ຂ່າວ/ບົດ​ອື່ນ