ຜົນປະໂຫຍດຂອງອາຊຽນແມ່ນດເຂັມຊີ້ທິດໃຫ້ທຸກການເຄື່ອນໄຫວ

ຜົນປະໂຫຍດຂອງອາຊຽນແມ່ນດເຂັມຊີ້ທິດໃຫ້ທຸກການເຄື່ອນໄຫວ - ảnh 1
(ທ່ານ​ເລ​ຂາ​ທິການ​ໃຫຍ່​ອາ​ຊຽນ ​ເລ​ເລືອງມິ​ງ)

​​(vovworld) - ຜົນ​ປະ​​ໂຫຍ​ດຂ​ອງອາຊຽນແມ່ນເຂັມຊີ້ທິດ​ໃຫ້​ທຸກ​ການ​ເຄື່ອນ​ໄຫວ, ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ເລ​ຂາ​ທິການ​ໃຫຍ່​ອາ​ຊຽນ ​ເລ​ເລືອງມິ​ງ, ​ໃນ​ການ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍ​ສຽງຫວຽດນາມ, ​ເນື່ອງ​​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ອາ​ຊຽນ (08/1967 – 08/2015). ​ໃນ​ໄລຍະ​ເກືອບ 50 ປີ, ອາ​ຊຽນ ​ໄດ້ ​ແລະ ພວມ​ມີ​ບັນດາ​ບາດ​ກ້າວ​ເດີນຢ່າງແຂງ​ແຮງ ​ໃນ​ວິວັດ​ທະນາການ​ຫັນ​ເປັນ​ອັນໜຶ່ງອັນດຽວ, ​ເພື່ອ​ກ້າວ​ໄປ​ເຖິງ​ການ​ສ້າງ​ປະຊາ​ຄົມ​ລວມອາຊຽນ​ໃນ​ປີ 2015. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ເລ​ເລືອ​ງມິ​ງ ​ໃຫ້​ຮູ້​ວ່າ, ພ້ອມ​ກັບ EU, ອາ​ຊຽນ ​ໄດ້​ຮັບ​ຕີ​ລາຄາ​ວ່າ​ແມ່ນ​ພາກ​ພື້ນ​ບັນ​ລຸ​ປະສິດທິ​ຜົນ​ດີທີ່​ສຸດ ​ແລະ ​ເຕີບ​ໃຫຍ່, ​​ເຂັ້ມ​​ແຂງ​ຢ່າງ​ບໍ່​ຢຸດ​ຢັ້ງ. ຕໍ່ໜ້າ​ສະພາບ​ການ​ໂລກ​ຄື​ປະຈຸ​ບັນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ເລ​ເລືອ​ງມິ​ງ ຖື​ວ່າ, ບັນດາ​ປະ​ເທດ​ອາ​ຊຽນ ຕ້ອງ​ສືບ​ຕໍ່​ຮັກສາ​ຄວາມ​ສາມັກຄີ, ຮັກສາ​ບົດບາດ​ສູກາງ ​ແຕ່​ຍັງຄົງສະມາດ​ຮັກສາ​ໄດ້​ສີສັນ​ສະ​ເພາະ​ຂອງ​ອາ​ຊຽນ.

        “​ໃນ​ສະພາບ​ດ້ານພູມສາດ​ການ​ເມືອງ​ຢູ່​ພາກ​ພື້ນ​ອາຊີ - ປາຊີ​ຟິກ ​​ມີ​ການ​ຫັນປ່ຽນ​ສິດ​ອຳນາດ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ, ພ້ອມ​ກັບ​ການ​ແກ່ງ​ແຍ້​ງຍຸດ​ທະ​ສາດ​ລະຫວ່າງ​ບັນດາ​ປະ​ເທດ​ມະຫາ​ອຳນາດ ​ແລະ ​ໄພອັນຕະລາຍ​ຈາກ​ບັນ​ດາ​ຈຸດ​ຮ້ອນ​ເຮັ່ງ​ໃນ​ພາກ​ພື້ນ, ​ໃນ​ນັ້ນ​ມີ​ທະ​ເລ​ຕ​າເວັນ​ອອກ, ສະ​ນັ້ນ​ອາ​ຊຽນຕ້ອງ​ປັບປຸງ​ຄວາມ​ສາມັກຄີ​ພາຍ​ໃນ​ກຸ່ມ​ຢ່າງ​ບໍ່​ຢຸດ​ຢັ້ງ ດ້ວຍເຂັມຊີ້ທິດ​ແມ່ນ​ຜົນ​ປະ​ໂຫຍ​ດຂອງ​ສະຫະ​ສະມາຄົມອາຊຽນ ​ເຊິ່ງບັນດາ​ປະ​ເທດ​ສະມາຊິກຕ້ອງ​ຖື​ເປັນ​ສຳຄັນ​ອັນ​ດັບ​ໜຶ່ງ. ອາ​ຊຽນ ຕ້ອງ​ຍູ້​ແຮງ​ບັນດາ​ມາດ​ຕະການ​ຍັງ​​ເຫຼືອ​ໃນ​ບັນດາ​​ແຜນການ​ເຄື່ອນ​​ໄຫວ​ກໍສ້າງ​ປະຊາ​ຄົມ​ໃຫ້​ສຳ​ເລັດ, ດ້ວຍ​ບຸລິມະ​ສິດ​ສູງ ​ແລະ ​ແຫຼ່ງກຳລັງ​ທີ່​​ສົມ​ເຫດ​ສົມ​ຜົນ. ອາ​ຊຽນ ຕ້ອງ​ມີ​ບັນດາມາດ​ຕະການ​ຢ່າງ​​ແທດ​ຈິງ ​ເພື່ອ​ຮັດ​ແຂບ​ຊ່ອງ​ວ່າງ​​​ໃນ​ການ​ພັດທະນາຢ່າງ​ວ່ອງ​ໄວ ແລະ ຊຸກຍູ້​ການ​ພັດທະນາ​​ບັນ​ດາ​ເຂດແຄ້ວນຂອງ​ແຕ່​ລະ​ປະ​ເທດ ​ກໍ​ຄື​ລະຫວ່າງ​ບັນດາ​ປະ​ເທດສະ​ມາ​ຊິກ​ໃນ​ອາຊຽນ ໃຫ້​ສະໝຳສະເໝີ​, ​ເພື່ອຮັບ​ປະກັນ​ເພື່ອ​ໃຫ້​ທັງ 10 ປະ​ເທດ​ສະມາຊິກລ້ວນ​ແຕ່​ກ້າວ​ໄປ​ເຖິງ​ເປົ້າໝາຍສ້າງ​ຕັ້ງ​ປະຊາ​ຄົນ​ໜຶ່ງ​ຄື​ຄາດໝາຍ​ທີ່​ໄດ້​ວາງ​ອອກ.”

        ກ່ຽວ​ກັບ​ແຜນການ​ປະຕິ​ຮູບ​ເພື່ອ​ແນ​ໃສ່​ຮັບປະກັນ​ການ​ຮັບ​ໃຊ້​ໃຫ້ການ​ພັດທະນາ​ຂອງ​ ອາ​ຊຽນ ດີກວ່າ​ອີກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ເລ​ເລືອ​ງມິ​ງ ​ໃຫ້​ຮູ້​ວ່າ: ຂໍ້​ຕົກລົງ​ສ້າງ​ຕັ້ງປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015 ກໍ​ຄື​ກົດ​ບັດ​ອາ​ຊຽນ ​ໄດ້​​ເພີ່ມ​ທະ​ວີ​ບົດບາດ ​ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຄະນະ​ເລຂາ​ອາຊຽນ​ຫຼາຍ​ພໍ​ສົມຄວນ.

ຂ່າວ/ບົດ​ອື່ນ