ຜູ້ປະຈຳຄະນະເລຂາ ຢ້ຽມຢາມແລະເຮັດວຽກ ຢູ່ແຂວງກວາງນາມ


ຜູ້ປະຈຳຄະນະເລຂາ ຢ້ຽມຢາມແລະເຮັດວຽກ ຢູ່ແຂວງກວາງນາມ - ảnh 1

ທ່ານ​ເລ​ຮົ່ງ​ແອ​ງຢ້ຽມຢາມ​ແມ່​ຫວຽດນາມ​ວິລະ​ຊົນ​ເລືອ​ງທິ​ເຮິ​ນ

(ພາບ: vov.vn )

(vovworld) – ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ກວາງ​ນາມ​ ເມື່ອ​ຕອນ​ເຊົ້າວັນ​ທີ 31/7 ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ-​ສັງ​ຄົມ​ຂອງ​ທ້ອງ​ຖິ່ນ ​ແລະ ວຽກ​ງານ​ກະກຽມ​ກອງ​ປະຊຸມ​ໃຫ່ຍພັກຂັ້ນຕ່າງໆ, ທ່ານ​ເລ​ຮົ່ງ​ແອ​ງ, ຜູ້​ປະຈຳການ​ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ໝາກຜົນ​ເຊິ່ງ​ແຂວງ​ກວາງ​ນາມ ບັນລຸ​ໄດ້​ໃນ 6 ​ເດືອນ​ຜ່ານ​ມາ​ພ້ອມ​ທັງ​ສະ​ເໜີ​ແຂວງ​ຈົ່ງ​ສຸມ​ໃສ່​ພັດທະນາ​ເສດຖະກິດ​ຢ່າງ​ສະໝ່ຳສະ​ເໝີລະຫວ່າງ​ເຂດ​ຕ່າງໆ, ​ເອົ​າ​​ໃຈ​ໃສ່​ຕໍ່​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ, ບັນດາ​ຮາກ​ຖານ​ການ​ແພດ, ການ​ສຶກສາ​ຢູ່ 9 ​ເມືອງ​ເຂດ​ພູດ​ອຍ. ກ່ຽວ​ກັບ​ວຽກ​ງານ​ກະກຽມກອງ​ປະຊຸມ​ໃຫ່ຍພັກຂັ້ນຕ່າງໆ, ທ່ານ​ເລ​ຮົ່ງ​ແອ​ງ ຮຽກຮ້ອງ​ໃຫ້​ຄະນະ​ປະຈຳ​ຄະນະ​ພັກ​ແຂວງ​ກວາງ​ນາມ ຈົ່ງ​ຊີ້​ນຳ ​ແລະ ຈັດຕັ້ງການ​ຜັນ​ຂະຫຍາ​ຍປະຕິບັດ​ຄຳ​ສັ່ງ​ເລກທີ 36 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ “ການຈັດຕັ້ງກອງ​ປະຊຸມ​ໃຫ່ຍຄະນະ​ພັກຂັ້ນຕ່າງໆ ກ້າວ​ໄປ​ເຖິງ​ກອງ​ປະຊຸມ​​ໃຫ່ຍຜູ້​ແທນທົ່ວ​ປະ​ເທດ​ຄັ້ງທີ 12 ຂອງ​ພັກ“ ຢ່າງ​ເຂັ້ມງວດ./.

ຂ່າວ/ບົດ​ອື່ນ