ຜູ້ມີສິດເລືອກຕັ້ງຢູ່ທ້ອງຖິ່ນສະເໜີຫຼາຍຄຳເຫັນຕໍ່ສະພາແຫ່ງຊາດ

(VOVWORLD) -ໃນຊຸມມື້ຜ່ານມາ, ຄະນະສະມາຊິກສະພາແຫ່ງຊາດຢູ່ທ້ອງຖິ່ນຕ່າງໆຄື: ຝູເທາະ, ຮ່ານາມ, ກວາງຈິ້, ເບັນແຈ… ໄດ້ຈັດການພົບປະກັບຜູ້ມີສິດເລືອກຕັ້ງຫຼາຍຄັ້ງ
ຜູ້ມີສິດເລືອກຕັ້ງຢູ່ທ້ອງຖິ່ນສະເໜີຫຼາຍຄຳເຫັນຕໍ່ສະພາແຫ່ງຊາດ - ảnh 1ຄະນະສະມາຊິກສະພາແຫ່ງຊາດພົບປະກັບຜູ້ມີສິດເລືອກຕັ້ງແຂວງ ເບັນແຈ
(ພາບ: TTXVN)

        ເພື່ອກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ໃນຊຸມມື້ຜ່ານມາ, ຄະນະສະມາຊິກສະພາແຫ່ງຊາດຢູ່ທ້ອງຖິ່ນຕ່າງໆຄື: ຝູເທາະ, ຮ່ານາມ, ກວາງຈິ້, ເບັນແຈ… ໄດ້ຈັດການພົບປະກັບຜູ້ມີສິດເລືອກຕັ້ງຫຼາຍຄັ້ງ, ແຈ້ງໃຫ້ຜູ້ມີສິດເລືອກຕັ້ງຊາບກ່ຽວກັບລາຍການຂອງກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ເຊິ່ງຈະດຳເນີນໃນລະຫວ່າງວັນທີ 20 ຕຸລາ - 18 ພະຈິກ. ຕາມນັ້ນແລ້ວ, ສະພາແຫ່ງຊາດຈະພິຈາລະນາຮັບຮອງເອົາຮ່າງກົດໝາຍ 7 ສະບັບ, ມະຕິ 3 ສະບັບ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍ 7 ສະບັບ. ກໍ່ຢູ່ທີ່ບັນດາການພົບປະ, ຄະນະສະມາຊິກສະພາແຫ່ງຊາດບັນດາແຂວງໄດ້ຮັບຟັງ, ຮັບເອົາຄຳເຫັນ, ຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງເພື່ອສົ່ງຕໍ່ສະພາແຫ່ງຊາດ.

        ຜູ້ມີສິດເລືອກຕັ້ງຢູ່ທ້ອງຖິ່ນຕ່າງໆສະແດງຄວາມເຊື່ອໝັ້ນຕໍ່ການຊີ້ນຳຂອງພັກ, ລັດ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ, ປາດຖະໜາວ່າ ຄະນະສະມາຊິກສະພາແຫ່ງຊາດແຂວງ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນຕົວແທນໃຫ້ແກ່ປະຊາຊົນ, ມີການປະກອບສ່ວນສຳຄັນຫຼາຍຢ່າງເພື່ອພ້ອມກັບສະພາແຫ່ງຊາດ ສ້າງເອກະສານກົດໝາຍ, ບັນດາກົນໄກ, ນະໂຍບາຍເພື່ອພັດທະນາປະເທດຊາດ.

        ຜູ້ຕາງໜ້າຄະນະສະມາຊິກສະພາແຫ່ງຊາດທ້ອງຖິ່ນຕ່່າງໆໃຫ້ຮູ້ວ່າ ຈະສືບຕໍ່ຮັບເອົາ, ລວມລວມຄຳເຫັນ, ຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ ເພື່ອສົ່ງຕໍ່ບັນດາອົງການທີ່ມີສິດອຳນາດພິຈາລະນາ, ໃຫ້ຄຳຕອບ. ສຳລັບບັນຫາຂຶ້ນກັບສິດອຳນາດຂອງທ້ອງຖິ່ນ, ຜູ້ມີສິດເລືອກຕັ້ງສະເໜີໃຫ້ການນຳບັນດາຫົວໜ່ວຍ, ອຳນາດການປົກຄອງພິຈາລະນາ, ແກ້ໄຂ.

ຕອບກັບ

ຂ່າວ/ບົດ​ອື່ນ