ຜູ້ອຳນວຍການໃຫຍ່ IAEA ອອກສຽງກ່ຽວກັບເຫດເຮືອບິນບໍ່ມີຄົນຂັບລະເບີດໃນບໍລິເວນໂຮງງານໄຟຟ້ານິວເຄຼຍ Zaporozhye

(VOVWORLD) - ກ່ອນໜ້ານັ້ນ, ຕາມຂ່າວຈາກອົງການສື່ມວນຊົນຂອງໂຮງງານໄຟຟ້ານິວເຄຼຍ Zaporozhye, ວັນທີ 7 ເມສາ, ກຳລັງປະກອບອາວຸດ ຢູແກຼນ ໄດ້ດຳເນີນບັນດາການບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ແນໃສ່ໂຮງງານໄຟຟ້າ Zaporozhye, ລວມມີບັນດາເຕົາປະຕິກອນນິວເຄຼຍເລກ 5 ແລະ 6, ເຮັດໃຫ້ 3 ຄົນຖືກບາດເຈັບ.
ຜູ້ອຳນວຍການໃຫຍ່ IAEA ອອກສຽງກ່ຽວກັບເຫດເຮືອບິນບໍ່ມີຄົນຂັບລະເບີດໃນບໍລິເວນໂຮງງານໄຟຟ້ານິວເຄຼຍ Zaporozhye - ảnh 1ທ່ານ Rafael Mariano Grossi, ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA)
(ພາບ:Ria Novosti)

ວັນທີ 7 ເມສາ, ພາຍຫຼັງໄດ້ຮັບຂ່າວກ່ຽວກັບເຫດເຮືອບິນບໍ່ມີຄົນຂັບລະເບີດໃນບໍລິເວນ ໂຮງງານໄຟຟ້າ Zaporozhye, ທ່ານ Rafael Mariano Grossi, ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມານູສາກົນ (IAEA) ໄດ້ຮຽກຮ້ອງບັນດາຝ່າຍປະທະກັນຄວບຄຸມບັນດາການກະທຳທີ່ກໍ່ຄວາມອັນຕະລາຍໃຫ້ແກ່ໂຮງງານແຫ່ງນີ້.

        ກ່ອນໜ້ານັ້ນ, ຕາມຂ່າວຈາກອົງການສື່ມວນຊົນຂອງໂຮງງານໄຟຟ້ານິວເຄຼຍ Zaporozhye, ວັນທີ 7 ເມສາ, ກຳລັງປະກອບອາວຸດ ຢູແກຼນ ໄດ້ດຳເນີນບັນດາການບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ແນໃສ່ໂຮງງານໄຟຟ້າ Zaporozhye, ລວມມີບັນດາເຕົາປະຕິກອນນິວເຄຼຍເລກ 5 ແລະ 6, ເຮັດໃຫ້ 3 ຄົນຖືກບາດເຈັບ.

        ບໍລິສັດໃຫຍ່ພະລັງງານນິວເຄຼຍ ສະຫະພັນລັດເຊຍ ເອີ້ນເຫດບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບແນໃສ່ໂຮງງານໄຟຟ້າ ນິວເຄຼຍ Zaporozhye ແມ່ນສິ່ງທີ່ບໍ່ເຄີຍມີມາກ່ອນ, ພ້ອມທັງຮຽກຮ້ອງການນຳອົງການປະລິມານູສາກົນ (IAEA) ແລະ ບັນດາປະເທດ ສະຫະພາບ ເອີລົບ (EU) ມີສຽງເວົ້າກ່ຽວກັບເຫດການດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ