ຜູ້ແທນສາກົນ 1650 ອົງຈະເຂົ້າຮ່ວມວັນບຸນວິສາຂະບູຊາ (Vesak) ແຫ່ງ ສ.ປ.ຊ 2019

(VOVWORLD) -ວັນບຸນວິສາຂະບູຊາ (Vesak) ແຫ່ງ ສ.ປ.ຊ 2019 ຈະຖືກໄຂຂຶ້ນແຕ່ວັນທີ 12 ຫາ 14 ພຶດສະພາ ຢູ່ສູນວັດທະນະທຳພຸດທະສາສະໜາ ຕາມຈຸກ ທີ່ແຂວງ ຮ່ານາມ
ຜູ້ແທນສາກົນ 1650 ອົງຈະເຂົ້າຮ່ວມວັນບຸນວິສາຂະບູຊາ (Vesak) ແຫ່ງ ສ.ປ.ຊ 2019 - ảnh 1

ດ້ວຍຫົວຂໍ້: “ ວິທີສຳພັດຂອງ ພຸດທະສາສະໜາກ່ຽວກັບການນຳພາທົ່ວໂລກ ແລະ ຄວາມຮັບຜິດຊອບແບ່ງປັນເພື່ອສັງຄົມທີ່ໝັ້ນຄົງ”, ວັນບຸນວິສາຂະບູຊາ (Vesak) ແຫ່ງ ສ.ປ.ຊ 2019 ມີ ຜູ້ແທນສາກົນ 1650 ອົງຈະເຂົ້າຮ່ວມຊຶ່ງແມ່ນບັນດາຜູ້ມີຍົດສັກຕຳແໜ່ງໃນສາສະໜາພຸດ, ການນຳບັນດາສະມາຄົມ ພຸດທະສາສະໜາ, ນິກາຍຕ່າງໆທີ່ມາຈາກ 112 ປະເທດ ແລະ ເຂດແຄ້ວນ ແລະ ສະຫະປະຊາດ, ພ້ອມກັບຜູ້ແທນສາກົນ 570 ຄະນະ. ພະອາຈານໃຫຍ່ ທິກດຶກຖ້ຽນ, ຮອງປະທານ, ເລຂາທິການໃຫຍ່ສະມາຄົມ ພຸດທະສາສະໜາຫວຽດນາມ, ເລຂາທິການໃຫຍ່ Vesak 2019 ໃຫ້ຮູ້ວ່າ :

   “ ຄະນະຈັດຕັ້ງ ວັນບຸນວິສາຂະບູຊາ (Vesak) ແຫ່ງ ສ.ປ.ຊ ແມ່ນສະມາຊິກຂອງຄະນະກຳມະການວັດທະນະທຳ ສັງຄົມຂອງ ສ.ປ.ຊ, ເພາະສະນັ້ນ, ບັນດາການເຄື່ອນໄຫວຂອງ Vesak 2019 ແມ່ນເພື່ອແນໃສ່ຈຸດປະສົງສົ່ງສານຂອງພະພຸດທະເຈົ້າ ແຕ່ຮ່ວມເດີນທາງກັບບັນດາເປົ້າໝາຍຂອງ ສ.ປ.ຊ. ດັ່ງນັ້ນ ຫົວຂໍ້ຂອງ Vesak 2019 ແມ່ນ ໄດ້ຮັບການຕີລາຄາສູງທີ່ສຸດ, ຫວຽດນາມໄດ້ມີຫົວເລື່ອງໜຶ່ງທີ່ມີລັກສະນະທົ່ວໂລກ, ພ້ອມທັງສະແດງໃຫ້ເຫັນໄດ້ເຖິງທາງດ້ານທິດສະດີປັດຊະຍາຂອງພະພຸດທະເຈົ້າ, ສະແດງໃຫ້ເຫັນການຮ່ວມເດີນທາງພ້ອມກັບຊາດຂອງ ພຸດທະສາສະໜາຫວຽດນາມ  ”

 

 

ຕອບກັບ

ຂ່າວ/ບົດ​ອື່ນ